leftcenterrightdel
ງານວາງສະແດງດຶງດູດຜູ້ມາຊົມເປັນ​ຈຳ​ນວນຫຼວງຫຼາຍ. ພາບ: qdnd.vn.

ງານວາງສະແດງດັ່ງກ່າວໄດ້ແນະນໍາ 92 ຜະລິດຕະພັນວິຈິດຕະກຳ, ຮູບພາບສິລະປະ… ບັນດາຜະລິດຕະພັນວິຈິດຕະກໍາເວົ້າເຖິງຫົວຂໍ້ສັນລະເສີນຄວາມສວຍງາມຂອງລະດູບານໃໝ່, ຄວາມຮັກບ້ານເກີດເມືອງນອນປະເທດຊາດ. ບັນດາພາບຖ່າຍໄດ້ສະແດງໃຫ້ເຫັນນໍ້າໃຈຂອງບັນດານັກສິລະປິນທີ່ມີຕໍ່ໜ້າຄວາມງາມຂອງທໍາມະຊາດ, ການດໍາລົງຊີວິດ, ປະເທດຊາດ ແລະຊາວຫວຽດນາມ.

ງານວາງສະແດງໂດຍກົມວິຈິດສິນ, ພາບຖ່າຍ ແລະວາງສະແດງ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ) ຈັດຕັ້ງສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ. ງານວາງສະແດງເປີດຮອດວັນທີ 19 ກຸມພາ.

ໂດຍ: ຈາງຫງວຽນ