ທ່ານ ຫວູດຶກດາມ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າການນໍາ, ອະດີດການນໍາຫຼາຍທ່ານຈາກບັນດາອົງການສື່ມວນຊົນສູນກາງ, ກະຊວງ, ຂະແໜງການ… ໄດ້ເຂົ້າຮ່ວມ.

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: nhandan.com.vn.

ຕາມການຕີລາຄາຂອງບັນດາອົງການຄຸ້ມຄອງ, ບັນດາສື່ສິ່ງພິມ, ລາຍການກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກລະດູບານໃໝ່ປີກຸນ ໄດ້ສຸມໃສ່ບັນດາຫົວຂໍ້, ຄື: ລະດູບານໃໝ່, ພັກ, ລຸງໂຮ່ ຕິດພັນກັບການສະເຫຼີມສະຫຼອງ 50 ປີແຫ່ງການປະຕິບັດຄຳພິໄນກຳຂອງລຸງໂຮ່; ຜົນງານຂອງການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມປີ 2018; ບັນດາບົດຮຽນທີ່ຖອດຖອນມາໄດ້ໃນປີຜ່ານມາ; ກາລະໂອກາດພ້ອມກັບຄວາມເຊື່ອໝັ້ນ ແລະຄວາມໃຝ່ຝັນບືນຕົວຂຶ້ນຂອງປະເທດ…

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫວູດຶກດາມ ຖືວ່າ, ປີ 2018, ຫວຽດນາມ ບັນລຸໄດ້ຫຼາຍຜົນງານໃນທຸກດ້ານ, ໃນນັ້ນມີການປະກອບສ່ວນບໍ່ແມ່ນໜ້ອຍຂອງສື່ມວນຊົນ. ສື່ມວນຊົນໄດ້ເສີມຂະຫຍາຍບົດບາດໜ້າທີ່ຮັບຜິດຊອບເປັນຢ່າງດີ, ຕັ້ງໜ້າໃກ້ຊິດຕິດແທດບັນດາເຫດການຂອງພັກ ແລະປະເທດ, ຜັນຂະຫຍາຍວຽກງານໂຄສະນາເຜີຍແຜ່, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ. ປີ 2019, ທ່ານ ຫວູດຶກດາມ  ຫວັງວ່າສື່ມວນຊົນປະຕິບັດພາລະໜ້າທີ່ໄຈ້ແຍກຕີລາຄາເປັນຢ່າງດີ, ປະກອບສ່ວນສ້າງແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ, ປະກອບສ່ວນສ້າງຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ ເພື່ອພັດທະນາປະເທດ; ປຸກລະດົມສົ່ງເສີມທົ່ວປວງຊົນປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດຖະບານຢ່າງມີໃຊ.

ໂດຍ: ຈາງຫງວຽນ