ຕາມນັ້ນແລ້ວ, ຕອນຄ່ຳວັນທີ 23 ພະຈິກ, ທີ່ສູນພົບປະແລກປ່ຽນວັດທະນະທຳຄຸ້ມຖະໜົນເກົ່າຮ່າໂນ້ຍ (ເຮືອນເລກທີ 50 ຖະໜົນ ດ່າວຢຸຍຕື່, ຮວ່ານກ໊ຽມ) ໄດ້ດຳເນີນລາຍການແນະນຳຊຸດເສື້ອຍາວ ແລະດົນຕີພື້ນເມືອງຂອງພາກເໜືອ - ພາກກາງ. ວັນທີ 24 ພະຈິກ, ທີ່ສູນດັ່ງກ່າວກໍ່ໄດ້ດຳເນີນລາຍການພົບປະແລກປ່ຽນດົນຕີພາກເໜືອ ແລະພາກກາງ. 

leftcenterrightdel
ລາຍການສະແດງດົນຕີຢູ່ງານ Festival ເຫວ້. ພາບ: qdnd.vn.

ບັນດາການເຄື່ອນໄຫວວັດທະນະທຳສະເຫຼີມສະຫຼອງວັນມໍລະດົກຫວຽດນາມ 23 ພະຈິກ ເພື່ອແນໃສ່ຈຸດປະສົງອະນຸລັກຮັກສາບັນດາຄຸນຄ່າມໍລະດົກ, ຊຸກຍູ້ພັດທະນາການທ່ອງທ່ຽວ, ການໂຄສະນາເຜີຍແຜ່ຮູບພາບຄຸ້ມຖະໜົນເກົ່າຮ່າໂນ້ຍ ເວົ້າສະເພາະ ແລະນະຄອນຫຼວງຮ່າໂນ້ຍເວົ້າລວມ. ພ້ອມທັງເພີ່ມທະວີການຮ່ວມມືພົບປະແລກປ່ຽນລະຫວ່າງບັນດາທ້ອງຖິ່ນມີບັນດາສະຖານທີ່ມໍລະດົກໃນທົ່ວປະເທດໃນການແລກປ່ຽນບົດຮຽນອະນຸລັດຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງປະເທດ ແລະມໍລະດົກຢູ່ໃນໂລກ.

ໂດຍ: ທູຮັ່ງ