ເຫດການດັ່ງກ່າວຖືກຈັດຂຶ້ນເນື່ອງໃນໂອກາດສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດອີຕາລີ - ຫວຽດນາມ.

leftcenterrightdel
ທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະທ່ານນາງ Cecilia Piccioni ເອກອັກຄະລັດຖະທູດອີຕາລີ ປະຈຳຫວຽດນາມ ຕັດແຖບຜ້າເປີດງານບຸນວັດທະນະທຳອີຕາລີ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານນາງ Cecilia Piccioni ເອກອັກຄະລັດຖະທູດອີຕາລີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ນີ້ແມ່ນໂອກາດເພື່ອໃຫ້ສະຖານທູດອີຕາລີ ປະຈຳຫວຽດນາມ ແນະນຳສິລະປະການຜະລິດເຄື່ອງຫັດຖະກຳພື້ນເມືອງ, ບັນດາສິ່ງຍອດຢ້ຽມດ້ານວັດທະນະທຳອີຕາລີ ເຖິງຊາວນະຄອນຫລວງຮ່າໂນ້ຍ ກໍ່ຄືແຂກສາກົນ. ທ່ານນາງເອກອັກຄະລັດຖະທູດ ຂໍສະແດງຄວາມຂອບອົກຂອບໃຈການນຳນະຄອນຮ່າໂນ້ຍ ທີ່ໄດ້ຫນູນຊ່ວຍເພື່ອຊຸກຍູ້ການຮ່ວມມືລະຫວ່າງນະຄອນຮ່າໂນ້ຍ ແລະສະຖານທູດອີຕາລີ ປະຈຳຫວຽດນາມ.

ງານບຸນວັດທະນະທຳ “ສະຫນາມຫລວງອີຕາລີ ປີ 2018” ດຳເນີນໃນລະຫວ່າງວັນທີ 10 - 11 ພະຈິກ ດ້ວຍການເຄື່ອນໄຫວຕ່າງໆ ຄື: ແນະນຳອາຫານການກິນ ແລະເຫຼົ້າແວງອີຕາລີ, ວາງສະແດງສະຖາປັດຕະຍະກຳທີ່ພົ້ນເດັ່ນຂອງອີຕາລີ ພ້ອມກັບລາຍການສະແດງສິລະປະໂດຍບັນດານັກຮ້ອງ ຫວຽດນາມ ແລະ ອີຕາລີ ສະແດງ.

ແຫຼ່ງຄັດຈາກ: vovworld.vn