leftcenterrightdel
ພິທີໄຂວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອ ຄັ້ງທີ 10 ປີ 2018. ພາບ: hanoimoi.com.vn.

ໃນໄລຍະດໍາເນີນວັນບຸນແຕ່ວັນທີ 2 – 4 ພະຈິກ, 10 ທ້ອງຖິ່ນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ການສະແດງ, ແນະນໍາຄັດສະເໜີລາຍການຂອງງານບຸນ, ພິທີກໍາ, ການເຄື່ອນໄຫວວັດທະນະທໍາທີ່ເປັນມູນເຊື້ອ, ສະແດງຊຸດອາພອນ, ແນະນໍາອາຫານການກິນ, ການລະຫຼີ້ນພື້ນເມືອງ, ງານວາງສະແດງຮູບພາບກ່ຽວກັບການທ່ອງທ່ຽວດ້ວຍຫົວຂໍ້ “ຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທໍາເຂດທາງທິດຕາເວັກອອກສ່ຽງເໜືອ”, ການແຂ່ງຂັນກິລາ ແລະອື່ນໆ. ບັນດາງານບຸນ, ພິທີກໍາ, ການເຄື່ອນໄຫວວັດທະນະທໍາໄດ້ວາດພາບໃຫ້ເຫັນຢ່າງສັງລວມກ່ຽວກັບວັດທະນະທໍາທີ່ເປັນເອກະລັກສະເພາະ, ການເຫຼື້ອມໃສຂອງຊົນເຜົ່າໄດ້ດໍາເນີນຢ່າງສົມກຽດ ແລະຖືກຕ້ອງຕາມຮີດຄອງປະເພນີ. ວັນບຸນຄັ້ງນີ້ໄດ້ປະກອບສ່ວນເຂົ້າໃນການຮັກສາບັນດາມໍລະດົກວັດທະນະທໍາອັນລໍ້າຄ່າຂອງພໍ່ແມ່ພີ່ນ້ອງບັນດາເຜົ່າເວົ້າລວມ, ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ບັນດາແຂວງເຂດທາງທິດຕາເວັນອອກສ່ຽງເໜືອຂອງຫວຽດນາມເວົ້າສະເພາະ.

ທີ່ພິທີອັດ, ຜູ້ຕາງໜ້າແຂວງຫວິງຟຸກ ກໍ່ໄດ້ມອບທຸງເປັນແຂວງເຈົ້າພາບຈັດຕັ້ງວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອຄັ້ງທີ 11, ປີ 2021 ໃຫ້ແກ່ແຂວງລ້າງເຊີນ ຂອງຫວຽດນາມ.

ແຫຼ່ງຄັດຈາກ vovworld.vn