ງານບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວແຫ່ງຊາດ - ນິງບິ່ງ 2018 ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 1050 ປີແຫ່ງລັດດ້າຍໂກ່ຫວຽດ  (968-2018). ງານບຸນໄດ້ປະກອບສ່ວນສ້າງບັນຍາກາດທີ່ຄຶກຄື້ນມ່ວນຊື່ນ, ພາກພູມໃຈ, ລະດົມກໍາລັງໃຈປະຊາຊົນທຸກຊັ້ນວັນນະໃນແຂວງປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມຢ່າງມີໄຊ, ພ້ອມທັງແນະນໍາ, ໂຄສະນາເຜີຍແຜ່ກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາວັດທະນະທໍາ, ກິລາ, ການທ່ອງທ່ຽວ ແລະມໍລະດົກວັດທະນະທໍາຂອງປະເທດ. ເປີດສາກພິທີໄຂແມ່ນລາຍການສະແດງສິລະປະທີ່ເປັນເອກະລັກສະເພາະດ້ວຍການເຂົ້າຮ່ວມຂອງນັກຮ້ອງ, ນັກສະແດງທີ່ມີຊື່ສຽງນັບຮ້ອຍຄົນ.

leftcenterrightdel
ລາຍການສະແດງສິລະປະເປີດສາກໃນພິທີໄຂງານບຸນ. ພາບ: ຮວ່າງຮ່ວາງ.

ໃນຂອບເຂດຂອງງານບຸນມີການເຄື່ອນໄຫວຫຼາຍຢ່າງໄດ້ຈັດຕັ້ງ ຄື: ງານວາງສະແດງຮູບແຕ້ມໂຄສະນາ “ປົກປັກຮັກສາສິ່ງແວດລ້ອມໃນຂົງເຂດວັດທະນະທໍາ, ກິລາ ແລະທ່ອງທ່ຽວ”, ງານສະແດງລະຄອນແຈ່ວ, ງານປະກວດຟ້ອນຕຸກກະຕາສາກົນ, ງານແຂ່ງຂັນຊິງແຊ໋ມໝາກຮຸກໜຸ່ມທົ່ວປະເທດ, ງານແຂ່ງຂັນກິລາ-ກາຍຍະກໍາແຂວງນິງບິ່ງ ຄັ້ງທີ  VI…

ໂດຍ: ທູຈາງ