ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນ, ນັກສະແດງ, ນັກດົນຕີ… ກວ່າ 1000 ຄົນທີ່ມາຈາກ 25 ຫົວໜ່ວຍຕາງໜ້າໃຫ້ສູນວັດທະນະທຳ, ສູນວັດທະນະທຳສິລະປະ, ສູນວັດທະນະທຳ - ຮູບເງົາບັນດາແຂວງ, ນະຄອນໃນທົ່ວປະເທດຈະສະແດງບັນດາທຳນອງຂັບລຳ, ຟ້ອນລຳ, ເສບດົນຕີຕາມທຳນອງພື້ນເມືອງທີ່ເປັນເອກະລັກສະເພາະຂອງແຕ່ລະພາກ. 

leftcenterrightdel
ພາບປະກອບ: vov.vn.

ພ້ອມກັນນັ້ນ, ງານວາງສະແດງໂປດສະເຕີໂຄສະນາເຜີຍແຜ່ສຳລັບປີທ່ອງທ່ຽວແຫ່ງຊາດດ້ວຍຫົວຂໍ້ “ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ-ສິ່ງແວດລ້ອມແຫ່ງມໍລະດົກ”  ກໍ່ໄດ້ຈັດຂຶ້ນເຊັ່ນດຽວກັນ. ທ່ານ ເຈິ່ນຕ໊ຽນຢຸງ ຮອງຫົວໜ້າພະແນກວັດທະນະທຳ ແລະກິລາແຂວງກ້ວາງນິງ ໃຫ້ຮູ້ວ່າ: “ມາຮອດປັດຈຸບັນວຽກງານກະກຽມ ຄືພື້ນຖານທາງດ້ານວັດຖຸ, ການປະດັບປະດາສຳລັບພິທີສະເຫຼີມສະຫຼອງຢູ່ກ້ວາງນິງ ໄດ້ກະກຽມເກືອບສົມບູນແລ້ວ, ເຊິ່ງຈະດຳເນີນຢູ່ຫໍວາງສະແດງຕະຫຼາດນັດຂອງແຂວງ. ເປົ້າໝາຍຂອງງານມະໂຫລານແມ່ນເພື່ອເປັນການຕອບສະໜອງປີທ່ອງທ່ຽວແຫ່ງຊາດ, ພວກຂ້າພະເຈົ້າໄດ້ເເນະນຳໂຄສະນາກ່ຽວກັບຮູບພາບ, ປະຊາຊົນ, ຄວາມສາມາດບົ່ມຊ້ອນທ່າແຮງຂອງແຂວງກ້ວາງນິງ. ນັກສິລະປິນ, ນັກສະແດງທັງສາມພາກໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ, ຈາກນັ້ນຈະຄົ້ນພົບບັນດາຄວາມສາມາດທາງດ້ານສິລະປະຊ່ວຍໃຫ້ກະຊວງວັດທະນະທຳມີບັນດາຍຸດທະສາດພັດທະນາໃໝ່ຕື່ມອີກ”.

ແຫຼ່ງຄັດຈາກ: vovworld.vn