ໃນລະຫວ່າງວັນທີ 25 – 29 ກັນຍາ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງສັບປະດາສະຖາປັດຕະຍາກຳຂຽວຫວຽດນາມ ປີ 2018 ດ້ວຍເນື້ອໃນຕົ້ນຕໍ່ນັ້ນແມ່ນ “ຄຸນຄ່າເຮືອນຢູ່ຂຽວ”. ເຫດການໄດ້ຈັດຕັ້ງດ້ວຍການໜູນຊ່ວຍຂອງກະຊວງກໍ່ສ້າງ, ສະຖາບັນຄົ້ນຄ້ວາ ແລະພັດທະນາຕົວເມືອງຂຽວຫວຽດນາມ ສົມທົບກັບອົງການການເງິນສາກົນ (IFC) ຂຶ້ນກັບ World Bank Group ແລະສະພາກິດຈະກຳຂຽວ ຫວຽດນາມ. ສັບປະດາໄດ້ຮັບການຈັດຕັ້ງເພື່ອແນໃສ່ປະຕິບັດແຜນການເຄື່ອນໄຫວແຫ່ງຊາດກ່ຽວກັບການເຕີບໂຕຂຽວໄລຍະ 2014–2020; ຕອບສະໜອງສັບປະດາກິດຈະກຳຂຽວໂລກ “World Green Building Week” ໄດ້ຈັດຕັ້ງໃນກາງເດືອນກັນຍາ 2018 ຢູ່ ປາຣີ, ປະເທດ ຝະລັ່ງ.

ທີ່ກອງປະຊຸມຂ່າວໃນຕອນບ່າຍວັນທີ 25 ກັນຍາ, ຢູ່ ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ສັບປະດາສະຖາປັດຕະຍາກຳຂຽວ ຫວຽດນາມ 2018 ດ້ວຍລະດັບຊາດເພື່ອແນໃສ້ຊຸກຍູ້ການພັດທະນາຂອງກິດຈະກຳຂຽວ -ສະຖາປັດຕະຍາກຳຢູ່ ຫວຽດນາມ.

ຄັດຈາກ: vovworld.vn