ໃນການແຂ່ງຂັນຄັ້ງນີ້ຈຸດປະສົງແມ່ນເພື່ອຢັ້ງຢືນວ່າ: ນາມມະຍົດເຫ້ວ-ນະຄອນ ເຟດສະຕີວານ ຂອງຫວຽດນາມ ເຄີຍສ້າງພາບລັກ ເຫວ້-ນະຄອນແຫ່ງເທດສະການ, ເພີ່ມທະວີຄວາມອຸດົມສົມບູນຂອງກິດຈະກຳພະຈົນໄພ  ຄົ້ນຫາສະຖານທີ່ທ່ອງທ່ຽວໃຫ້ແກ່ນັກທ່ອງທ່ຽວ; ແນະນຳເທດສະການອັນເປັນເອກະລັກມີສີສັນ, ແບບວິທີການທ່ອງທ່ຽວດ້ານວັດທະນະທຳຂອງເຫ້ວສູ່ສາຍຕານັກທ່ອງທ່ຽວ.

leftcenterrightdel
ຂັນລາງວັນແກ່ທີມທີ່ຊະນະໃນງານບຸນເຊີດສິງໂຕ ເຫວ້ 2018.

ດ້ວຍຄວາມມຸ່ງມາດປາດຖະໜາຢາກໂຄສະນາເຜີຍແຜ່ ແລະແນະນຳຮູບພາບທີ່ສວຍງາມບັນຍາກາດຟົດຟື້ນຂອງລະດູແຫ່ງບຸນໄຫວ້ພະຈັນ ຢູ່ໃຈກາງ ນະຄອນຫຼວງເກົ່າ ພ້ອມກັນນັ້ນກໍ່ກ້າວໄປສູ່ການຄັດເລືອກເທດສະການ ຫຼືງານບຸນທີ່ເປັນເອກະລັກພິເສ ທີ່ຈະຈັດປະຈຳປີ ຮັບໃຊ້ແກ່ການພັດທະນາ ການທ່ອງທ່ຽວຢູ່ແຂວງ ເທື່ອທຽນ-ເຫວ້.

leftcenterrightdel
 
leftcenterrightdel
ການນຳພະແນກທ່ອງທ່ຽວຂອງແຂວງ ເທື່ອທຽນ-ເຫ້ວ ມອບດອກໄມ້ ແລະ ຂອງທີ່ລະນຶກໃຫ້ແກ່ ທີມເຊີດສິງໂຕ.

ງານບຸນເຊີດສິງໂຕ ເຫວ້ປີ 2018 ຄັ້ງທຳອິດໄດ້ຈັດຂື້ນໃນໄລຍະເວລາ ສອງວັນ 19 -20 ກັນຍາ. ງານບຸນເຊີດສິງໂຕ ເຫວ້ ປີ 2018 ຈະດຳເນີນໄປດ້ວຍກິດຈະກຳຫຼັກໆ ຄື: ຮອບ‘ເຫີ້ຍດດຽ້ຍບິ້ວ’ ແມ່ນວ່າແຕ່ລະທີມຈະແຂ່ງຂັນກັນຄັດເລືອກເອົາທີມທີ 1, 2, 3 ໃນປະເພດນີ້. ຮອບ ‘ມາຍຮວາຕຸງ’: ແຕ່ລະທີມຈະໄດ້ເຂົ້າແຂ່ງຂັນຄັດເລືອກເອົາທີມທີ 1, 2, 3 ໃນການແຂ່ງຂັ້ນປະເພດນີ້ຄືກັນ.

leftcenterrightdel
ຄະນະກຳມະການໃຫ້ຄະແນນໃນການແຂ່ງຂັນໃນນັ້ນມີກຳມະການຄົນມາເລເຊຍ Peter Yen (ເສື້ອສີຂາວ)

ນອກຈາກນັ້ນ, ໃນຂອບເຂດຂອງວັນບຸນເຊີດສິງໂຕ 2018 ຈະມີບັນດາກິດຈະກຳດັ່ງຕໍ່ໄປນີ້: ລາຍການສະແດງສິລະປະຂອງນັກສິລະປະກອນໃນພື້ນທີ່ນຳສະແດງການຟ້ອນເຊີດມັງກອນລວມ...

ເຂົ້າຮ່ວມໃນງານບຸນເຊີດສິງໂຕ ເຫວ້ 2018 ຄັ້ງທຳອິດຈັດຂື້ນຢູ່ເຫວ້ ແຕ່ລະທີມລ້ວນແລ້ວແຕ່ທີມແຂ່ງຂັນພາຍໃນແຂວງເທື່ອທຽນ-ເຫ້ວ ແລະບັນດາແຂວງພາກກາງ ຄື: ດ່າໜັງ ແລະ ກວ້າງບິ່ງ.

leftcenterrightdel
ຄະນະກອງປະກອບສຽງໃນການແຂ່ງຂັນ.

ຄະນະກຳມະການໃຫ້ຄະແນນທີ່ຄະນະຈັດຕັ້ງພິທີ ເຊີນມາຮ່ວມຄັ້ງນີ້ແມ່ນມາຈາກກຳມະການແຫ່ງຊາດໃຫ້ຄະແນນຕາມມາດຕະຖານການແຂ່ງຂັນເຊີດສິງໂຕ ສາກົນ. ໜຶ່ງໃນຄະນະກຳມະການໃຫ້ຄະແນນໃນການແຂ່ງຂັນເຊີດສິງໂຕຄັ້ງນີ້ມີກຳມະກາານມາຈາກປະເທດມາເລເຊຍ.

ສະນັ້ນແຕ່ລະທີມທີ່ສະແດງຄວາມສາມາດວາດຊົງອັນອ່ອນຊ້ອຍຄ່ອງແຄ້ວວ່ອງໄວອົງອາດຂອງສິງໂຕ-ໜຶ່ງໃນສັດປະເທດທີ່ຄົນໃຫ້ຄວາມເຄົາລົບແລະບູຊາເຊິ່ງຈະພົບເຫັນໄດ້ໃນຊີວິດປະຈຳວັນ ຄື: ໃນນາວະນິຍາຍຕ່າໆ ແລະນຳມາພາບເປັນເອ້ຍ້ອງເຮືອນຊານ ກໍ່ຄືບ່ອນອື່ນໆທີ່ກ່ຽວຂ້ອງກັບ ວັດທະນະທຳຊາວວັງເຫວ້ເກົ່າ,  ນຳມາສູ່ປະຊາຊົນກໍ່ຄືນັກທ່ອງທ່ຽວຄວາມສະໜຸກສະໜານຄວາມພໍໃຈ ແລະດຶງດູດ.

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ບັນຍາກາດການແຂ່ງຂັນອັນລະທຶກ ແລະດຶງດູດນັກທ່ອງທ່ຽວ.

ຄ່ຳຄືນຂອງວັນທີ 19 ກັນຍາ ແຕ່ລະທີມທີ່ເຂົ້າຮ່ວມການແຂ່ງຂັນ ‘ເດ້ຍບິ້ວ’ຈະນຳຄວາມເປັນເອກກະລັກທີ່ເກົ່າແກ່ ແລະວາດສຽວ, ຕື່ນເຕັ້ນມາໃຫ້ປະຊາຊົນ ແລະນັກທ່ອງທ່ຽວກໍ່ຄືທີ່ຜູ້ຊົມຢ່າງອີ່ມເອມດ້ວຍຈັງວະການຟ້ອນທີ່ຕື່ນເຕັ້ນມາຈາກແຂວງ ກວ້າງຈິ, ດ່າໜັງ ແລະທີມຂອງເຈົ້າພາບ.

leftcenterrightdel
 
leftcenterrightdel
 
leftcenterrightdel
ພໍ່ແມ່ປະຊາຊົນທ້ອງຖິ່ນ ແລະນັກທ່ອງທ່ຽວພິເສດແມ່ນເດັກນ້ອຍ ໃຫ້ຄວາມສົນໃຈ ແລະ ຕິດຕາມໃຫ້ກຳລັງໃຈຢ່າງໜາແໜ້ນ.

ງານບຸນເຊີດສິງໂຕ ຫຼືຟ້ອນສິງໂຕ ນຳບັນຍາກາດຟົດຟື້ນ ຂອງບຸນໄຫວ້ພະຈັນມາສູ່ສູນກາງນະຄອນເຫວ້ ຄາດຫວັງເປັນຢ່າງຍິ່ງວ່າຈະມີງານບຸນ ກໍ່ຄືເທດສະການທີ່ເປັນມູນເຊື້ອ ແລະຈົບງາມໄດ້ຮັບການຈັດຂື້ນເປັນປະຈຳປີ.

ຄັດຈາກ: ຍສໝ