leftcenterrightdel
ລາຍການຟ້ອນຕຸກກະຕາຂອງຄະນະຮັບໃຊ້ຊາວຫວຽດນາມ ອາໄສຢູ່ Moscow. ພາບ: nhandan.com.vn.

ທີ່ງານມະໂຫລານ, ຄະນະຍາດໄດ້ລາງວັນທີໜຶ່ງທີ່ການແຂ່ງຂັນ ແລະຍາດເອົາລາງວັນ “ປະດັບປະດາ ແລະເຮັດຕຸກກະຕາສວຍງາມທີ່ສຸດ”. ໂດຍແມ່ນເຫດການທີ່ໄດ້ຈັດຕັ້ງເປັນປະຈໍາປີນັບແຕ່ປີ 2012, ງານມະໂຫລານຟ້ອນຕຸກກະຕາໂລກຄັ້ງທີ 8 ດຶງດູດການເຂົ້າຮ່ວມຂອງບັນດາຄະນະທີ່ມາຈາກ 30 ປະເທດຊາດ, ດ້ວຍກວ່າ 40 ລາຍການສະແດງຢູ່ໃນທຸກປະເພດຟ້ອນຕຸກກະຕາ. ໃນໄລຍະຢູ່ລັດເຊຍ, ບັນດານັກສິລະປິນຂອງໂຮງລະຄອນຟ້ອນຕຸກກະຕາຫວຽດນາມ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮໍ່າຮຽນກ່ຽວກັບສິລະປະຟ້ອນຕຸກກະຕາ; ພ້ອມທັງຈັດຕັ້ງການສະແດງຮັບໃຊ້ປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ Ekaterinburg ແລະMoscow. ບັນດາລາຍການຟ້ອນຕຸກກະຕາເປັນເອກະລັກສະເພາະທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ສະແດງໃຫ້ເຫັນຄຸນສົມບັດ, ພູມປັນຍາ ແລະຈິດວິນຍານຂອງຊາວຫວຽດນາມ ເຊິ່ງໄດ້ສ້າງຄວາມດຶງດູດ ແລະໄດ້ຮັບການລະດົມກໍາລັງໃຈຈາກຜູ້ຊົມ.

 

ໂດຍ: ທູຈາງ