leftcenterrightdel
ພວກນ້ອງເຍົາວະຊົນ ພວມສຸມໃສ່ແຕ້ມຮູບ. ພາບ: baotangtonducthang.com.

ດ້ວຍຫົວຂໍ້ “ລຸງຕົນ ແລະບ້ານເກີດເມືອງນອນອານຢາງ”, ງານແຂ່ງຂັນໄດ້ຮັບຮູບແຕ້ມ 147 ແຜ່ນດ້ວຍບັນດາວັດຖຸພັນ ຄື: ແປ້ງສີ, ສີນ້ຳ, ສີນ້ຳມັນຂອງນັກສອບເສັງ 145 ຄົນ ອາຍຸແຕ່ 10-15 ປີ. ຄະນະກໍາມະການໄດ້ຄັດເລືອກເອົາຮູບແຕ້ມທີ່ສວຍງາມ 70 ແຜ່ນ, ເພື່ອມອບລາງວັນ, ໃນນັ້ນມີ: 8 ລາງວັນປະເພດ A; 12 ລາງວັນປະເພດ B; 20 ລາງວັນປະເພດ C ແລະ 30 ລາງວັນຊົມເຊີຍ. ຫໍພິພິທະພັນ ຕົນດຶກທັ໋ງ ກໍ່ຈັດຕັ້ງພິທີໄຂງານວາງສະແດງຮູບແຕ້ມ “ເຍົາວະຊົນນະຄອນໂຮ່ຈິມິນກັບລຸງຕົນ”, ແນະນໍາບັນດາຮູບແຕ້ມຂອງພວກນ້ອງຍາດໄດ້ລາງວັນສູງ.

ງານວາງສະແດງຈະເປີດບໍລິການຮອດວັນທີ 22 ສິງຫາ.

 

ໂດຍ: ເຈິ່ນຮວ່ຽນ