leftcenterrightdel
ຮູບພາບທີ່ພິທີໄຂງານມະຫາກຳກິລາໃນຕອນເຊົ້າວັນທີ 29 ກໍລະກົດ. ພາບ: tuoitrethudo.com.vn

ງານມະຫາກຳມີການເຂົ້າຮ່ວມຂອງນັກກິລາກວ່າ 1000  ຄົນເຊິ່ງແມ່ນບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມທີ່ມາຈາກ 30 ເມືອງ, ເທດສະບານໃນບໍລິເວນນະຄອນ ຮ່າໂນ້ຍ; ທີ່ເຂົ້າຮ່ວມການແຂ່ງຂັນ: ບານເຕະ, ຕີດອກປີກໄກ່, ດຶງເຊືອກ... ໃນຕອນເຊົ້າວັນໄຂງານມະຫາກຳກິລາ ໄດ້ດຳເນີນບັນດາລາຍການແຂ່ງຂັນ: ດຶງເຊືອກດ້ວຍການເຂົ້າຮ່ວມຂອງນັກກິລາກວ່າ 300 ຄົນຂອງ 30ເມືອງ, ເທດສະບານສັງກັດບໍລິເວນ; ງານວາງສະແດງຮູບແຕ້ມສະທ້ອນໃຫ້ເຫັນບັນດາແງ່ມູມຢ່າງແທດຈິງຂອງການດຳລົງຊີວິດ; ໄຂຊຸດຝຶກສອນລອຍນ້ຳໂດຍບໍ່ເສຍຄ່າໃຫ້ເຍົາວະຊົນ 150 ນ້ອງທີ່ປະສົບກັນຄວາມຫຍຸ້ງຍາກ... ງານມະຫາກຳຊາວໜຸ່ມນະຄອນຫຼວງປີ 2018 ຈະອັດລົງໃນວັນທີ 4 ສິງຫາ.

ແປໂດຍ: ທູຮັ່ງ