leftcenterrightdel
6 ເດືອນຕົ້ນປີ 2018 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ສປປ ລາວ 2 ລ້ານກວ່າເທື່ອຄົນ. ພາບ: ຂປລ.

ທ່ານ ອຸ່ນ​ທວງ ຂາວ​ພັນ ຮອງ​ລັດຖະມົນຕີກະຊວງ​ຖະ​ແຫລ​ງຂ່າວ, ວັດ​ທະນະ​ທຳ ​ແລະທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ: ໃນ​ຕົ້ນ​ປີ 2018 ມີ​ຫລາຍ​ກຸ່ມ​ຕະ​ຫລາດ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ຢ່າງ​ໂດດ​ເດັ່ນ ​ເປັນ​ຕົ້ນ​ແມ່ນ​ກຸ່ມ​ຕະຫລາ​ດອາ​ເມລິ​ກາ ເພີ່ມ​ຂຶ້ນ​ເຖິງ 16% ​​ເປັນ​ກຸ່ມ​ຕະຫລາດ​ທີ່​ມີ​ຄຸນ​ນະພາ​ບ ​ແລະຄ່າ​ໃຊ້​ຈ່າຍ​ສູງ​ຕໍ່​ອຸດສາຫະກຳ​ການທ່ອງທ່ຽວຂອງ ສປປ ລາວ; ສຳລັບ​ກຸ່ມ​ຕະຫລາດ ​ອາຊີ​ປາຊີ​ຟິກ​ ເພີ່ມ​ຂຶ້ນ​ພຽງ 6% ໃນ​ນັ້ນ​ກຸ່ມ​ຕະຫລາດ​ອາ​ຊຽນ ມີ​ອັດຕາ​ຫລຸດ​ລົງ - 3 ​ເຊິ່ງກວມ​ຕະຫລາດ ​ເຖິງ 66% ຂອງ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ຊົມ ສປປ ລາວ, ໃນ​ກຸ່ມ​ນີ້​ຕະຫລາດ​ທີ່​ສຳຄັນ​ແມ່ນ​ຕະຫລາດ ​ໄທ ກວມ​ເອົາ 44%, ຫວຽດນາມ ​ກວມ​ເອົາ 19%,  ​ແລະຕະຫລາດ​ອື່ນ​ໆ​ກວມ​ເອົາ 37%, ພ້ອມ​ນີ້​ກຸ່ມ​ຕະຫລາດ​ບໍ່​ແມ່ນອ​າຊຽນ​ເພີ່ມ​ຂຶ້ນ​ເຖິງ 40% ເປັນ​ກຸ່ມ​ຕະຫລາດ​ທີ່​ມີ​ຄວາມ​ຫລາກ​ຫລາຍ​ໃນ​ການທ່ອງທ່ຽວສ່ວນ​ຫລາຍ​ນິຍົມ​ທ່ອງ​ທ່ຽວ​ຕາມ​ເຂດ​ເມືອງ​ມໍລະດົກ​ໂລກ, ຕົວ​ເມືອງ​ຕ່າງໆ ແລະສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ການ​ພັດທະນາ​ແລ້ວ​ ​ເຊັ່ນ:  ຕະຫລາດ ​ຈີນ ​ເພີ່ມ​ຂຶ້ນ 50%, ​ສ.ເກົາຫລີ ​​ເພີ່ມ​ຂຶ້ນ 24%, ​ໃນ​ກຸ່ມ​ນີ້​ແມ່ນ​ມີ​ຄວາມ​ສົນ​ໃຈໃນ​ການທ່ອງທ່ຽວ​ຕາມ​ທຳ​ມະ​ຊາດ ແລະທ່ຽວ​ຊົມ​ວິຖີ​ຊີວິດ​ຂອງ​ປະຊາຊົນ​ລາວ​ ບັນດາ​ເຜົ່າ​ໄດ້​ແກ່​ກຸ່ມ​ຕະຫລາດ ​ຍີ່ປຸ່ນ ​ເພີ່ມ​ຂຶ້ນ 27% ​ແລະອົດ​ສະ​ຕາ​ລີ​ເພີ່ມ​ຂຶ້ນ 3%.

​ໃນ​ຂະນະ​ດຽວ​ກັນ, ກຸ່ມ​ຕະຫລາດ ​ເອີ​ລົບ​ ມີ​ອັດຕາ​ຫລຸ​ດລົງ - 2% ເປັນ​ກຸ່ມ​ນັກ​ທ່ອງ​ທ່ຽວ​ມີ​ຄຸນ​ນະພາ​ບສູງ​ມີ​ຄວາມ​ສົນ​ໃນ​ການທ່ອງ​ທ່ຽວ​ຕາມ​ເຂດ​ປ່າ​ສະຫງວນ, ທ່ຽວ​ຊົມວັດທະນະທຳ​ ​ແລະວິຖີ​ຊີວິດ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ແລະເປັນ​ກຸ່ມ​ທີ່​ກະຈາຍ​ລາຍ​ໄດ້​​ໂດຍ​ກົງ​ໃຫ້​ປະຊາຊົນ​​ໃນ​ທ້ອງ​ຖິ່ນ, ​ໃນ​ນີ້, ຕະຫລາດ​ຝຣັ່ງ ​ແມ່ນ​ເພີ່ມ​ຂຶ້ນ​ໂດດ​ເດັ່ນ​ກວມ​ເອົາ 11%, ສະ​ວິດ​ເຊີ​ແລນ ເພີ່ມຂຶ້ນ 24%, ເນເທີແລນເພີ່ມຂຶ້ນ 12% ​ແລະສະ​ວີ​ເດັນ 43%; ພ້ອມ​ນີ້, ກຸ່ມ​ປະ​ເທດ​ອາ​ຟຣິກາ ​ແລະຕາ​ເວັນ​ອອກ​ກາງມີ​ອັດຕາ​ຫລຸດ​ລົງ -32%.

ຂ່າວ: ຂປລ