ວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ, ສະຖານທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ, ພາຍໃຕ້ການອຸປະຖໍາຂອງອົງການປະກັນໄພ DB ສ.ເກົາຫຼີ (DB Insurance) ແລະອົງການປະກັນໄພໄປສະນີ ແຫ່ງ ສສ ຫວຽດນາມ (PTI), ຈັດຕັ້ງການປະຊຸມຂ່າວແນະນໍາງານບຸນ “ພວກເຮົາແມ່ນອັນໜຶ່ງອັນດຽວກັນ-We are together” ປີ 2018, ຈະດໍາເນີນຢູ່ສະໜາມແຂ່ງຂັນ KBS Arena, ເຊີອູນ, ສ.ເກົາຫຼີ ໃນວັນທີ 16 ມິຖຸນາຈະມາເຖິງ. ນີ້ແມ່ນຄັ້ງທີ 2 ທີ່ງານບຸນໄດ້ຈັດຕັ້ງແນໃສ່ໂຄສະນາເຜີຍແຜ່ວັດທະນະທໍາຫວຽດນາມ ເຖິງປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ.

leftcenterrightdel
ຄະນະຈັດຕັ້ງງານບຸນ “ພວກເຮົາແມ່ນອັນໜຶ່ງອັນດຽວກັນ” ປະຊຸມຂ່າວແນະນໍາລາຍການ. ພາບ: qdnd.vn.

ໃນຂອບເຂດລາຍການ, ການເຄື່ອນໄຫວຫຼາຍຢ່າງຈະໄດ້ດໍາເນີນຄື: ງານວາງສະແດງຊຸດເສື້ອຍາວ “ຄວາມງາມຫວຽດນາມ” ຂອງນັກອອກແບບ ລານເຮືອງ, ສະແດງອາພອນສະໄໝ Hanbok... ຄຽງຂ້າງນັ້ນ, ຍັງມີການເຂົ້າຮ່ວມສະແດງຂອງບັນດານັກສິລະປິນໜຸ່ມຫວຽດນາມ ຄື: ມີງຮັ່ງ, ຈູງກວນ Idol, ຮ່ວາ Minzy, ຈ້ອງຮ໋ຽວ... ຈຸດພິເສດຂອງງານບຸນປີນີ້ແມ່ນຄະນະຈັດຕັ້ງຈະເຊີນແມ່ຫວຽດນາມ 3 ຄົນໄປຢ້ຽມຢາມລູກສາວ ແລະຄອບຄົວມີຫຼາຍວັດທະນະທໍາ ສ.ເກົາຫຼີ-ຫວຽດນາມ.

 

ແປໂດຍ: ເຈິ່ນຮວ່ຽນ