DIFF 2018 ມີຫົວຂໍ້ວ່າ “ຂົວແຫ່ງຄວາມມະຫັດສະຈັນ” ຈະດຳເນີນໃນ 2 ເດືອນ, ເລີ່ມຕົ້ນແຕ່ວັນທີ 30 ເມສາ ຫາວັນທີ 30 ມີຖຸນາ,  ຈະແຂ່ງຂັນເປັນເວລາ 5 ຄືນດ້ວຍ 5 ຫົວຂໍ້ສະເພາະຕາມລຳດັບນັ້ນແມ່ນ: ຄວາມຮັກ, ການເວລາ, ຄວາມຜາສຸກ, ຄວາມໃຝ່ຝັນ ແລະມິດຕະພາບ. ເຂົ້າຮ່ວມ DIFF 2018 ມີ 8 ທີມທີ່ມາຈາກບັນດາປະເທດ, ເຂດແຄ້ວນ, ລວມມີ: ຫວຽດນາມ, ໂປໂລຍ, ຝະລັ່ງ, ອາເມລິກາ, ອີຕາລີ, ຮົງກົງ (ຈີນ), ຊູແອັດ ແລະປອັກຕູຍການ.

leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວ. ພາບ: ຕຸ່ງເລິມ.

ດ້ວຍຫົວຂໍ້ວ່າ “ຂົວແຫ່ງຄວາມມະຫັດສະຈັນ” DIFF 2018  ຈະສະແດງໃຫ້ຜູ້ຊົມເຫັນໄດ້ເລື່ອງລາວກ່ຽວກັບວັດທະນະທຳຂອງ 8 ປະເທດ ແລະເຂດແຄ້ວນທີ່ເຂົ້າຮ່ວມ, ຮັບຮອງເອົາບັນດາຂົວທີ່ເປັນສັນຍາລັກຂີດໝາຍປະຫວັດສາດ, ວັດທະນະທໍາ, ມູນເຊື້ອ ແລະນັບທັງສະຖາປັດຕະຍະກໍາທີ່ມະຫັດສະຈັນ. ແຕ່ລະທີມບັ້ງໄຟດອກເຂົ້າຮ່ວມ DIFF 2018 ກໍ່ເປັນສັນຍາລັກໃຫ້ຂົວເຊື່ອມຕໍ່ເພື່ອສ້າງເປັນຂົວມິດຕະພາບ, ສັນຕິພາບ, ເຊື່ອມຕໍ່ຫ້າທະວີບ, ເຊື່ອມຕໍ່ມຸ່ງໄປເຖິງອະນາຄົດ.

ພິທີໄຂ DIFF 2018 ຈະໄດ້ດຳເນີນໃນຕອນຄ່ຳວັນທີ 30 ເມສາ, ດ້ວຍການແຂ່ງຂັນເປີດສາກຂອງ 2 ທີມ ຫວຽດນາມ ແລະໂປໂລຍ.

 

ແປໂດຍ: ເຈິ່ນຮວ່ຽນ