ລາຍການສົ່ງສານທີ່ວ່າ “ສ້າງແຫຼ່ງສະອອນໃຈກ່ຽວກັບຄວາມຮັກແພງຊຸດເສື້ອຍາວຫວຽດນາມ” ເຖິງຄົນຮຸ່ນໜຸ່ມ ແລະປະກອບສ່ວນໂຄສະນາ, ແນະນໍາກ່ຽວກັບຊຸດເສື້ອຍາວພື້ນເມືອງເຖິງເພື່ອນມິດ, ແຂກທ່ອງທ່ຽວສາກົນ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ປຸກລະດົມລາຍການ “ຊຸດເສື້ອຍາວມອບໃຫ້ເພື່ອນ”, ສະຫງວນຊຸດເສື້ອຍາວມອບໃຫ້ສະມາຊິກສະຫະພັນແມ່ຍິງ, ກໍາມະກອນຍິງ, ຄູອາຈານ, ນັກຮຽນເຂດນອກນະຄອນ ແລະມອບທຶນສຶກສາ, ມອບຜ້າແພຕັດຊຸດເສື້ອຍາວໃຫ້ນັກຮຽນ. ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບທຶນສຶກສາ 50 ທຶນ ແລະຊຸດເສື້ອຍາວໃຫ້ບັນດານ້ອງນັກຮຽນເກັ່ງທີ່ປະສົບກັບຄວາມຫຍຸ້ງຍາກ.

leftcenterrightdel
                           ສະແດງຊຸດເສື້ອຍາວລວມໝູ່. ພາບ: ທືເລ-ຫືວລອງ

ໃນວັນດຽວກັນ, ບໍລິສັດຫຸ້ນສ່ວນລົງທຶນ ແລະພັດທະນາອະສັງຫາລິມະຊັບຂີດໝາຍໄຊ່ງ່ອນໄດ້ສົມທົບກັບຫໍພິພິທະພັນຊຸດເສື້ອຍາວຈັດຕັ້ງງານວາງສະແດງ “ຄວາມອ່ອນໂຍນ ແລະໜ້າຮັກຂອງຊຸດເສື້ອຍາວນະຄອນ ໂຮ່ຈິມິນ” ຢູ່ງານວາງສະແດງຊຸດເສື້ອຍາວ Exhibition  (ເມືອງ 1).

 

ແປໂດຍ: ຫງວຽນກຸກ