1. ເຂົ້າປຸ້ນກະປູ

leftcenterrightdel
ເຂົ້າປຸ້ນກະປູ. ພາບ: CNN. 

ສິ່ງທໍາອິດທີ່ເພື່ອນຈະໄດ້ເຫັນກ່ຽວກັບອາຫານເຂົ້າປຸ້ນກະປູແມ່ນສີສັນສ້າງຄວາມດຶງດູດດ້ວຍວັດຖຸຫຼັກສອງຢ່າງແມ່ນກະປູນາ ແລະໝາກເລັ່ນ. ເມື່ອຮັບປະທານອາຫານເຍື່ອງນີ້, ເພື່ອນສາມາດຮູ້ສຶກໄດ້ລົດສົ້ມຂອງໝາກຂາມ ແລະນົວຈາກເຕົ້າຮູ້ຈືນ. ໂດຍອີງໃສ່ແຕ່ລະເຂດພາກ, ເຂົ້າປຸ້ນກະປູສາມາດເອົາຊີ້ນງົວ, ຊີ້ນໝູ, ໂຕຫອຍ ຫຼື ປາໃສ່ຕື່ມ. ແຂກຮັບປະທານເຍື່ອງອາຫານກໍ່ສາມາດໃສ່ຕື່ມເຄື່ອງປຸງຄື; ໝາກນາວ, ໝາກເຜັດ, ປີກ້ວຍອີກ.

2. ເຂົ້າປຸ້ນປີ້ງຊີ້ນ

leftcenterrightdel
ເຂົ້າປຸ້ນປີ້ງຊີ້ນ. ພາບ: CNN.

ນີ້ແມ່ນເຍື່ອງອາຫານກິນໃນຕອນທ່ຽງທີ່ມີຊາວຮ່າໂນ້ຍຫຼາຍຄົນນິຍົມ. ເຂົ້າປຸ້ນປີ້ງຊີ້ນຖືກປຸງແຕ່ງດ້ວຍຊີ້ນສາມຊັ້ນເປັນຕົ້ນຈຸບນໍ້າປາ, ນໍ້າໝາກນາວ ແລະນໍ້າຕານແລ້ວປີ້ງດ້ວຍຖ່ານ. ກິນພ້ອມກັບເຂົ້າປຸ້ນ, ໝາກໄມ້ ແລະຜັກຫອມຄືກະລົດ ຫຼື ໝາກຮຸ່ງດິບ.

3. ເຂົ້າປຸ້ນປາຫາຍຟ່ອງ

leftcenterrightdel
ເຂົ້າປຸ້ນປາຫາຍຟ່ອງ. ພາບ: CNN.

ແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ມີຊື່ສຽງຢູ່ຫາຍຟ່ອງ. ເຂົ້າປຸ້ນປາຫາຍຟ່ອງ ໄດ້ຮັບການຕີລາຄາວ່າແມ່ນອາຫານທີ່ໄດ້ຮັບການປຸງແຕ່ງລະອຽດກວ່າບັນດາເຍື່ອງອາຫານທີ່ມີຊື່ສຽງຢູ່ ຫວຽດນາມ. ເຂົ້າປຸ້ນປາໄດ້ຮັບການປຸງແຕ່ງຈາກປາທູ, ກະປູ ຫຼື ປາດູກ. ປາໄດ້ຈືນໃຫ້ເຫຼືອງແລ້ວກິນພ້ອມກັບຜັກຊີ, ເຂົ້າປຸ້ນ, ໝາກເລັ່ນ, ຜັກບົວ ແລະ ຜັກຫອມເຫືອດ.

4. ຈືນປາ

leftcenterrightdel
ຈືນປາ. ພາບ: CNN.

ຈືນປາ ລ໋າວ້ອງ ມີຊື່ສຽງໂດ່ງດັງຫຼາຍ, ສະນັ້ນຈຶ່ງໄດ້ຕັ້ງເປັນຊື່ໃຫ້ຖະໜົນສາຍໜຶ່ງຢູ່ ຮ່າໂນ້ຍ. ຈືນປາ ຖືກໃສ່ໃນໝໍ້ຂາງວາງເທິງເຕົາແກັດເຄື່ອນທີ່ ແລະໄດ້ກິນພ້ອມກັບທົ່ວດິນ ແລະເຂົ້າປຸ້ນ.

5. ເຂົ້າປຸ້ນຊີ້ນງົວ

leftcenterrightdel
ເຂົ້າປຸ້ນຊີ້ນງົວ. ພາບ: CNN.

ນີ້ແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງພາກໃຕ້ຫວຽດນາມ, ແຕ່ເພື່ອນກໍ່ສາມາດຊອກໄດ້ຢູ່ ຮ່າໂນ້ຍ. ຊີ້ນງົວຂົ້ວກິນພ້ອມກັບເຂົ້າປຸ້ນ, ກະລຳຫົວ ແລະ ຜັກຫອມ.

 

ແປໂດຍ: ເກື່ອງດັ້ງ