ດ້ວຍຮູບພາບ, ເອກະສານ, ວັດຖຸພັນເດີມ 250 ຢ່າງທີ່ວາງສະແດງ, ໃນບໍລິເວນ ວັນມ໋ຽວ ວິງຟຸກ ນັ້ນ, ງານວາງສະແດງໄດ້ແນະນຳໂດຍສັງເຂບກ່ຽວກັບປະຫວັດຄວາມເປັນມາ, ການພັດທະນາຂອງພື້ນຖານການສຶກສາຫວຽດນາມ ແລະບັນດາໝາກຜົນບັນລຸໄດ້ກ່ຽວກັບການສຶກສາ, ການສອບເສັງຂອງແຂວງ ວິງຟຸກ ໃນສະໄໝສັກດີນາຫວຽດນາມ.

leftcenterrightdel
ນັກຮຽນມາຢ້ຽມຊົມງານວາງສະແດງ. ພາບ: ແອງຖາວ

ໃນວັນທໍາອິດໄຂງານວາງສະແດງ, ໄດ້ດຶງດູດຜູ້ແທນ, ປະຊາຊົນ ແລະນັກຮຽນ, ນັກສຶກສາມາຢ້ຽມຊົມ ແລະຂໍຕົວໜັງສືຕົ້ນປີໃໝ່ນັບຫຼາຍຮ້ອຍຄົນ. ນີ້ແມ່ນການເຄື່ອນໄຫວວັດທະນະທໍາເພື່ອແນໃສ່ເຊີດຊູມູນເຊື້ອເຄົາລົບນັບຖືຄູບາອາຈານ, ມູນເຊື້ອການສອບເສັງ, ປະກອບສ່ວນປຸກລຸກຈິດໃຈມັກຮຽນໃຫ້ປະຊາຊົນທຸກຊັ້ນວັນນະ.

 

ແປໂດຍ: ເກື່ອງດັ້ງ