ຕາງໜ້າການນໍາພັກ, ລັດ, ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທໍາ, ອວຍພອນປີໃໝ່ປະຊາຄົມບັນດາເຜົ່າຫວຽດນາມ.

ໃນໂອກາດຕົ້ນປີໃໝ່, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສົ່ງເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ອາລົມຈິດອັນສະໜິດສະໜົມ ແລະຄໍາອວຍພອນປີໃໝ່. ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ, ໃນຕະຫຼອດໄລຍະປະຫວັດສາດ, 54 ຊົນເຜົ່າອ້າຍນ້ອງໄດ້ຮ່ວມທຸກຮ່ວມສຸກຮ່ວມເປັນຮ່ວມຕາຍ, ສາມັກຄີ, ສະໜິດຕິດພັນນໍາຊົນຊາດຫວຽດນາມ ຜ່ານຜ່າສິ່ງທົດສອບນາໆປະການ,  ສ້າງເປັນຄວາມສະຫງ່າອົງອາດຫວຽດນາມ, ຈິດໃຈຫວຽດນາມ, ວັດທະນະທໍາຫວຽດນາມ ແລະປະເທດຫວຽດນາມ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຂົ້າຮ່ວມວັນບຸນ “ສີສັນລະດູບານໃໝ່ໃນທົ່ວທຸກແຖບຖິ່ນຂອງປະເທດຊາດ” ອວຍພອນພັກ, ອວຍພອນລະດູບານໃໝ່ປີຈໍ 2018 ແລະອວຍພອນປີໃໝ່ປະຊາຄົມບັນດາເຜົ່າຫວຽດນາມ ຢູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ  ຕີລາຄາສູງກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ, ຄະນະຄຸ້ມຄອງບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ ແລະພໍ່ແມ່ປະຊາຊົນບັນດາເຜົ່າເຄື່ອນໄຫວຢູ່ບ້ານໄດ້ມີຄວາມມານະພະຍາຍາມ, ປະກອບສ່ວນເຂົ້າໃນພາລະກິດອະນຸລັກຮັກສາ, ພັດທະນາວັດທະນະທໍາ, ຢືນຢັນພະລັງຊີວິດທີ່ຍືນຍົງຄົງຕົວຂອງບັນດາຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງຊາດ, ເຮັດໃຫ້ບ້ານວັດທະນະທໍາ-ທ່ອງທ່ຽວກາຍເປັນສະຖານທີ່ທ່ອງທ່ຽວເທື່ອລະກ້າວ. ພິເສດ, ວັນບຸນ “ສີສັນລະດູບານໃໝ່ໃນທົ່ວທຸກແຖບຖິ່ນຂອງປະເທດຊາດ” ຜ່ານການຈັດຕັ້ງໃນແຕ່ລະປີໄດ້ຕ້ອນຮັບພໍ່ແມ່ປະຊາຊົນບັນດາເຜົ່ານັບໝື່ນເທື່ອຄົນເຂົ້າຮ່ວມກວ່າ 50 ງານບຸນ ແລະການເຄື່ອນໄຫວ. ນີ້ແມ່ນສະຖານທີ່ເຕົ້າໂຮມ, ແຜ່ຂະຫຍາຍມູນເຊື້ອວັດທະນະທໍາ, ໂດຍສະເພາະແມ່ນໃນໂອກາດບຸນປີໃໝ່ປະຈໍາຊາດ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ກ່າວຄໍາເຫັນໃນວັນບຸນ “ສີສັນລະດູບານໃໝ່ໃນທົ່ວທຸກແຖບຖິ່ນຂອງປະເທດຊາດ” ລະດູບານໃໝ່ປີຈໍ 2018. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດຫວຽດນາມ ປາດຖະໜາວ່າບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ສິລະປະກອນ, ຜູ້ມີຍົດສັກຕໍາແໜ່ງສາສະໜາ, ຜູ້ມີອິດທິພົນຊື່ສຽງ ທີ່ຕາງໜ້າບັນດາເຜົ່າ, ເຂດ, ພາກ ສືບຕໍ່ຕັ້ງໜ້າໂຄສະນາເຜີຍແຜ່, ປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງ ພັກ, ລັດ; ປະຕິບັດວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງຊາດ, ປະກອບສ່ວນສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີເຂັ້ມແຂງ ເພື່ອໃຫ້ສີສັນລະດູບານໃໝ່, ບັນຍາກາດລະດູບານໃໝ່ແຜ່ຂະຫຍາຍໄປທົ່ວປະເທດ.

leftcenterrightdel
 

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ກັບຜູ້ແທນປະຊາຄົມບັນດາເຜົ່າຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີທຸກຂັ້ນ, ທຸກຂະແໜງການ, ອົງການຈັດຕັ້ງມະຫາຊົນແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນປະຕິບັດຕາມຄໍາສັ່ງສອນຂອງປະທານ ໂຮ່ຈິມິນ ທີ່ແສນເຄົາລົບຮັກ: “ພໍ່ແມ່ປະຊາຊົນຊາວເຜົ່າ ກິງ ຫຼື ໂຖ, ເມື່ອງ ຫຼື ມ໋ານ, ຢາຣາຍ ຫຼື ເອເດ, ເຊດັງ ຫຼື ບານາ ແລະບັນດາຊົນເຜົ່າສ່ວນໜ້ອຍອື່ນໆ, ລ້ວນແຕ່ເປັນລູກຫຼານຫວຽດນາມ, ເປັນອ້າຍນ້ອງຄີງ” ໃຫ້ດີ, ປະຕິບັດບັນດາມາດຕະການ, ວຽກງານລະອຽດ, ແທດຈິງ ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນບັນດາເຜົ່າໃນການພັດທະນາເສດຖະກິດ-ສັງຄົມ, ການສຶກສາ, ວັດທະນະທໍາ, ສາທາລະນະສຸກ...

ໃນບັນຍາກາດວັນບຸນວັດທະນະທໍາທີ່ເປັນເອກະລັກສະເພະ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຕີຄ້ອງໄຂວັນບຸນ, ເຂົ້າຮ່ວມການຟ້ອນແຊມະຫາສາມັກຄີບັນດາເຜົ່າ ພ້ອມກັບປະຊາຄົມບັນດາເຜົ່າຫວຽດນາມ ທີ່ເຂົ້າຮ່ວມວັນບຸນ.

 

ແປໂດຍ: ຮວ່າງເຈື່ອງ