ໝາກຜົນ ແລະຂີດໝາຍຂອງທ່ອງທ່ຽວຫວຽດນາມປີ 2017

ປີ 2017, ການທ່ອງທ່ຽວຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 12,9 ລ້ານເທື່ອຄົນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2016; ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 74 ລ້ານເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີ 2016; ຍອດລາຍຮັບຈາກການທ່ອງທ່ຽວບັນລຸໄດ້ 510.000 ຕື້ດົ່ງ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2016. ປະລິມານແຂກທ່ອງທ່ຽວສາກົນມາທ່ຽວຫວຽດນາມປີ 2017 ລື່ນກາຍສອງສະຖິຕິປີ 2016, ບັນລຸສອງສະຖິຕິໃໝ່: ຍອດຈຳນວນແຂກທ່ອງທ່ຽວຫຼາຍທີ່ສຸດ ແລະລະດັບການເພີ່ມ ຂຶ້ນຂາດຕົວໃນປີຫຼາຍທີ່ສຸດ (3 ລ້ານເທື່ອຄົນ).

leftcenterrightdel
ອ່າວຮ້າລອງ ດຶງດູດແຂກທ່ອງທ່ຽວນັບລ້ານເທື່ອຄົນແຕ່ລະປີ. ພາບ: ກວາງງັອກ

ຍິ່ງປະທັບໃຈກວ່ານັ້ນແມ່ນ ເມື່ອລະດັບການເຕີບໂຕຂອງແຂກທ່ອງທ່ຽວສາກົນມາທ່ຽວຫວຽດນາມປີ 2017 ສາມາດບັນລຸລະດັບສູງສຸດໃນພາກພື້ນ ແລະໃນກຸ່ມ 10 ປະເທດມີລະດັບເຕີບໂຕທ່ອງທ່ຽວສູງແຖວໜ້າໂລກ, ເມື່ອຄາດຄະເນແລ້ວ ອິນໂດເນເຊຍ ເພີ່ມຂຶ້ນ 20%, ກໍາປູເຈຍ ເພີ່ມຂຶ້ນ 15%, ຟີລິບປິນ ເພີ່ມຂຶ້ນ 12%, ມຽນມາ ເພີ່ມຂຶ້ນ 10 %, ໄທ ເພີ່ມຂຶ້ນ 8%, ສິງກະໂປເພີ່ມຂຶ້ນ 7%. ລະດັບເພີ່ມຄຸນຄ່າຂາດຕົວແມ່ນ 3 ລ້ານເທື່ອຄົນກໍ່ແມ່ນລະດັບເພີ່ມຂຶ້ນສູງສຸດໃນບັນດາປະເທດອາຊຽນ ປີ 2017.

leftcenterrightdel
ໂຮ້ຍອານ, ກວາງນາມ. ພາບ: vnexpress.net

ໝາກຜົນດັ່ງກ່າວບັນລຸໄດ້ພ້ອມກັບບັນດາເຫດການ, ຂີດໝາຍໃນປະຫວັດສາດຂະແໜງທ່ອງທ່ຽວ, ລວມມີ: ມະຕິເລກທີ 08-NQ/TW ວັນທີ 16 ມັງກອນ 2017 ຂອງກົມການເມືອງກ່ຽວກັບການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ; ມະຕິຂອງບັນດາຄະນະພັກພັກ, ໂຄງການດໍາເນີນງານຂອງລັດຖະບານ, ແຜນການກະທໍາຂອງກະຊວງວັດທະນະທໍາ,  ກິລາ ແລະທ່ອງທ່ຽວ ແລະບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ປະຕິບັດມະຕິ; ກົດໝາຍວ່າດ້ວຍການທ່ອງທ່ຽວທີ່ສະພາແຫ່ງຊາດໃຫ້ສັດຕະຍາບັນ, ມີຜົນສັກສິດແຕ່ປີ 2018 ໄດ້ສ້າງຂອບນິຕິກຳສໍາຄັນໃຫ້ການພັດທະນາຂອງຂະແໜງທ່ອງ ທ່ຽວໃນສະພາບການໃໝ່...

ແງ່ຫວັງການທ່ອງທ່ຽວຫວຽດນາມປີ 2018

ປີ 2018 ໄດ້ຄາດຄະເນວ່າຈະສືບຕໍ່ແມ່ນປີສໍາເລັດຂອງການທ່ອງທ່ຽວຫວຽດນາມ. ພື້ນຖານຂອງຂໍ້ສັງເກດດັ່ງກ່າວແມ່ນອີງໃສ່ບັນດາຄວາມສະດວກ ແລະກາລະໂອກາດຂອງຂະແໜງທ່ອງທ່ຽວ:  ຂະແໜງທ່ອງທ່ຽວພວມພັດທະນາໂດຍອີງໃສ່ພື້ນຖານພັດທະນາໃໝ່, ບັນດາແຜນນະໂຍບາຍ, ນະໂຍບາຍ, ຂໍ້ກໍານົດຂອງກົດໝາຍຄົບຊຸດພໍສົມຄວນ, ສ້າງຄວາມສະດວກໃຫ້ແກ່ ການພັດທະນາການທ່ອງທ່ຽວ; ບັນດາກໍາລັງໜູນສ້າງທ່ວງທ່າໃຫ້ແກ່ການພັດທະນາຈາກບັນດານັກລົງທຶນ, ວິສາຫະກິດດໍາເນີນທຸລະກິດກ່ຽວກັບການທ່ອງທ່ຽວພວມສືບຕໍ່ກໍ່ຮ່າງສ້າງຕົວ ແລະພັດທະນາຢ່າງຕັ້ງໜ້າ; ຫວຽດນາມ ນັບມື້ນັບຮ່ວມສໍາພັນຢ່າງແໜ້ນແຟ້ນກັບພາກພື້ນ ແລະສາກົນ, ຢືນຢູ່ທີ່ຕັ້ງເຊື່ອມຕໍ່ສະດວກສະບາຍໃນພາກພື້ນອາຊີ-ປາຊີຟິກ ທີ່ພັດທະນາຢ່າງຂະຫຍັນຂັນເຄື່ອນ. ພິເສດ, ຮູບພາບທ່ອງທ່ຽວຫວຽດນາມປ່ຽນແປງໃໝ່, ຈັບອົກຈັບໃຈກັບບັນດາເປັນສະຖານທີ່, ການບໍລິການທ່ອງທ່ຽວມີຄຸນນະພາບສູງໄດ້ຮູ້ຈັກເຖິງຢ່າງກວ້າງຂວາງໃນໂລກ.

leftcenterrightdel
ກ໋າດບ່າ, ຫ້າຍຟ່ອງ. ພາບ: vnexpress.net

ກ່ຽວກັບການຄາດຄະເນຕົວເລກຄາດໝາຍຢ່າງລະອຽດ, ປີ 2018, ຂະແໜງທ່ອງທ່ຽວຫວຽດນາມ ອາດຈະຕ້ອນຮັບແຂກທ່ອງ ທ່ຽວສາກົນໄດ້ 15,5 ລ້ານເທື່ອຄົນ, ເພີ່ມຂຶ້ນປະມານ 20%  ເມື່ອທຽບໃສ່ປີ 2017; ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 80 ລ້ານເທື່ອຄົນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ປີ 2016; ຍອດລາຍຮັບຈາກແຂກທ່ອງທ່ຽວອາດຈະບັນລຸໄດ້ 620.000 ຕື້ດົ່ງ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2016. ຄວາມຫວັງນີ້ແມ່ນອີງໃສ່ການຕີລາຄາຢ່າງລະອຽດກ່ຽວກັບຄວາມຕ້ອງການມາທ່ອງທ່ຽວຫວຽດນາມ ຈາກຕະຫຼາດຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ໄທເປ (ຈີນ), ອາຊີຕາເວັນອອກສ່ຽງໃຕ້ສືບຕໍ່ເພີ່ມຂຶ້ນສູງ,  ການເຊື່ອມຕໍ່ກັບການບິນນັບມື້ນັບສະດວກ; ແຂກທ່ອງທ່ຽວຈາກເອີລົບ, ອາເມລິກາ, ການາດາ, ອົດສະຕາລີ ຍັງຮັກສາທ່າເຕີບໂຕຍ້ອນນະໂຍບາຍຂອງຫວຽດນາມ ດຶງດູດແຂກທ່ອງທ່ຽວ ແລະນັກລົງທຶນນັບມື້ນັບກວ້າງຂວາງ;  ຕະຫຼາດໃໝ່ ອິນເດຍ ແລະບັນດາຕະຫຼາດຄວາມສາມາດບົ່ມຊ້ອນອື່ນມີຄວາມສາມາດເຕີບໂຕນັບມື້ນັບສູງ; ຄວາມຕ້ອງການຂອງແຂກທ່ອງທ່ຽວພາຍໃນປະເທດເພີ່ມຂຶ້ນຢ່າງແຮງ; ການໃຊ້ຈ່າຍຂອງແຂກທ່ອງທ່ຽວນັບມື້ນັບເພີ່ມ ຍ້ອນການເພີ່ມຂຶ້ນຂອງບັນດາການບໍລິການທ່ອງທ່ຽວທີ່ຈັບອົກຈັບໃຈຢູ່ສະຖານທີ່ທ່ອງທ່ຽວຕ່າງໆ.

leftcenterrightdel
ແຫຼມ ເກກ່າ, ບີ່ງທ້ວນ. ພາບ: vnexpress.net

ສາມາດເວົ້າໄດ້ວ່າ, ປີ 2017 ຂະແໜງທ່ອງທ່ຽວຫວຽດນາມ ໄດ້ມີຂີດໝາຍ ແລະຄວາມຕື່ນເຕັ້ນຫຼາຍຢ່າງ. ແຕ່ກໍ່ຍັງມີຄວາມກັງວົນສໍາລັບບັນດາຜູ້ເຮັດການທ່ອງທ່ຽວຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ຕ້ອງການຜ່ານຜ່າ, ບັນດາ “ຂໍ້ຕິດຂັດ” ຄວນໄດ້ແກ້ໄຂໃນໄລຍະຈະມາເຖິງ ເພື່ອໃຫ້ “ຂະແໜງທ່ອງທ່ຽວ” ສາມາດບັນລຸໄດ້ບັນດາເປົ້າໝາຍເຊິ່ງພັກ ແລະລັດໄດ້ມອບໝາຍໃຫ້.  ຂະແໜງທ່ອງທ່ຽວພວມມຸ່ງໄປເຖິງປີ 2018 ດ້ວຍຄວາມຫວັງຫຼາຍຢ່າງກ່ຽວກັບພາບພົດໃຫ້ນັບມື້ນັບສົດໃສຍິ່ງກວ່າ.

 

ແປໂດຍ: ເຈິ່ນຮວ່ຽນ