ປີ 2017, ສູນໄດ້ດໍາເນີນການເປີດກວ້າງເຂດຂຸດຄົ້ນການສຳຫຼວດດ້ວຍເນື້ອທີ່ທັງໝົດ 982 ຕາແມັດ, ທາງທິດຕາເວັນອອກຫໍບູຊາ ກີ໋ງທຽນ; ຄົ້ນຄວ້າ, ສະເໜີສະຖານທີ່ກໍ່ສ້າງວິຫານບູຊາ ໂງກວ່ຽນ ຢູ່ເຂດປູຊະນີຍະສະຖານກຳແພງເມືອງ ໂກ໊ລວາ ແລະບັນດາພາກສ່ວນໂຄງການ, ຜັນຂະຫຍາຍການວາງແຜນຜັງຢ່າງລະອຽດ, ບັນດາໂຄງການອະນຸລັກຮັກສາ, ການບູລະນະປະຕິສັງຂອນ ແລະເສີມຂະຫຍາຍຄຸນຄ່າເຂດປູຊະນີຍະສະຖານກຳແພງເມືອງເກົ່າ ຮ່າໂນ້ຍ, ກຳແພງເມືອງ ໂກ໊ລວາ, “ຂຸມຄອງສູ້ຮົບ T1”..

leftcenterrightdel
ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນ ນະຄອນ ຮ່າໂນ້ຍ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ:  hanoimoi.com.vn

ທີ່ກອງປະຊຸມ, ບັນດາສະມາຊິກສະພາໃຫ້ຄໍາປຶກສາໄດ້ປະກອບຄໍາເຫັນໃຫ້ວຽກງານອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກຂອງເຂດສູນພະລາຊະວັງທັງລອງ; ໃນນັ້ນ, ສຸມໃສ່ບັນດາວິທີການແກ້ໄຂເຫັນດີເປັນເອກະພາບໃນການຄຸ້ມຄອງ; ປະຕິບັດການຮິບໂຮມຄືນເນື້ອທີ່ດິນສັງກັດເຂດປູຊະນີຍະສະຖານທີ່ UNESCO ຮັບຮອງເອົາ.

 

ແປໂດຍ: ເຈິ່ນຮວ່ຽນ