ບັ້ນເຄື່ອນໄຫວນີ້ຈະດໍາເນີນຮອດວັນທີ 4 ກຸມພາ ດ້ວຍບັນດາລາຍການທີ່ມີຄວາມໝາຍຄື: ວາງສະແດງປື້ມດ້ວຍຫົວຂໍ້ “ໄຊ່ງ່ອນ-ນະຄອນ ໂຮ່ຈິມິນ-ບັນດາລະດູບານໃໝ່ແຫ່ງການສ້າງສັນ-ເອກອ້າງທະນົງໃຈ-ພັດທະນາ” ດ້ວຍຈຸດພົ້ນເດັ່ນ ແມ່ນຮູບຈຳລອງຕະຫຼາດ ເບັ໋ນແທ່ງ ທີ່ໄດ້ສ້າງຂຶ້ນດ້ວຍປື້ມທີ່ມີຫົວຂໍ້ກ່ຽວກັບ ປີວອກ 1968 -ໄຊ່ງ່ອນ-ນະຄອນ ໂຮ່ຈິມິນ 1.000 ຫົວ, ຮູບຈຳລອງບົດຖະແຫຼງປະກາດຂອງພັກກອມມູນິດ, ແນະນໍາຮູບພາບເກືອບ 100 ແຜ່ນດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງຄວາມຮັກເພງ”...

leftcenterrightdel
ປະຊາຊົນຢ້ຽມຊົມ, ອ່ານປື້ມກ່ຽວກັບປີວອກ 1968. ພາບ: ທືເລ
leftcenterrightdel
 

ພາຍຫຼັງພິທີໄຂ, ຢູ່ເວທີສະແດງຕົ້ນຕໍ່ໃນຖະໜົນປື້ມ ໄດ້ດໍາເນີນລາຍການແນະນໍາປື້ມ “ໄວໜຸ່ມໄຊ່ງ່ອນປີວອກ 1968” ໂດຍໂຮງພິມຈໍາໜ່າຍໄວໜຸ່ມ ສົມທົບກັບສະໂມສອນມູນເຊື້ອແຫ່ງການຕໍ່ຕ້ານຄະນະຊາວໜຸ່ມນະຄອນ ໂຮ່ຈິມິນ ພິມຈຳໜ່າຍຄືນໃໝ່.

 

ແປໂດຍ: ທູຈາງ