ກອງປະຊຸມສຸມໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນປີ 2017; ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ທິດທາງແກ້ໄຂໃນການຈັດຕັ້ງການເຄື່ອນໄຫວແນໃສ່ສືບຕໍ່ປ່ຽນແປງໃໝ່, ຊຸກຍູ້ບັນດາການເຄື່ອນໄຫວວັນນະຄະດີສິລະປະໃນປີ 2018.

ທ່ານຮອງປະທານສະຫະພັນບັນດາສະມາຄົມວັນນະຄະດີສິລະປະຫວຽດນາມ, ນັກປະພັນວັນນະຄະດີ ຕຸງດຽ໊ນ ໃຫ້ຮູ້ວ່າ:   ປີ 2018, ສະຫະພັນຈະຈັດຕັ້ງກອງປະຊຸມສໍາມະນາກ່ຽວກັບສື່ມວນຊົນ, ວັນນະຄະດີສິລະປະ, ໃນນັ້ນມີການປຶກສາຫາລືກ່ຽວກັບເນື້ອໃນນັກສິລະປະວັນນະຄະດີທົ່ວປະເທດ, ຕອບສະໜອງການຂົນຂວາຍປະດິດຄິດແຕ່ງການຮ່ຳຮຽນ ແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈິມິນ. ສະຫະພັນສືບຕໍ່ປ່ຽນແປງໃໝ່, ສັບຊ້ອນຈັດຕັ້ງກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ; ຈັດຕັ້ງບັນດາຄ້າຍປະດິດຄິດແຕ່ງ, ການເຄື່ອນໄຫວການຝຶກອົບຮົມ ແລະໄປປະຕິບັດຕົວຈິງປະດິດຄິດແຕ່ງໃຫ້ແກ່ສະມາຊິກສະມາຄົມເປັນຢ່າງດີ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: dangcongsan.vn

ພິເສດ, ປີ 2018 ແມ່ນປີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະມາຄົມວັນນະຄະດີສິລະປະຫວຽດນາມ (ເຊິ່ງແມ່ນຕົ້ນກໍາເນີດຂອງສະຫະພັນບັນດາສະມາຄົມວັນນະຄະດີສິລະປະຫວຽດນາມ), ສະຫະພັນຈະພິມຈຳໜ່າຍປຶ້ມຮູບພາບມີບັນດາການເຄື່ອນ ໄຫວຂອງສະຫະພັນຢ່າງຄົບຖ້ວນ, ບັນດາສະມາຄົມວັນນະຄະດີສິລະປະລົງເລິກຂະແໜງຜ່ານບັນດາໄລຍະຕ່າງໆ. ບັນດາ ສະມາຄົມວັນນະຄະດີສິລະປະໃນທົ່ວປະເທດສືບຕໍ່ປະຕິບັດວຽກງານໜູນຊ່ວຍຫົວຄິດປະດິດສ້າງ, ການຄົ້ນຄວ້າ, ເກັບຮັກສາວັນນະຄະດີສິລະປະຢ່າງມີປະສິດທິຜົນ.

ໃນປີ 2017, ສະຫະພັນບັນດາສະມາຄົມວັນນະຄະດີສິລະປະຫວຽດນາມ, 10 ສະມາຄົມວັນນະຄະດີສິລະປະລົງເລິກຂະແໜງສູນກາງ ແລະ63 ສະມາຄົມວັນນະຄະດີສິລະປະບັນດາແຂວງ, ນະຄອນໄດ້ປະຕິບັດສຳເລັດໜ້າທີ່ການເມືອງໄດ້ຮັບການມອບໝາຍໂດຍພື້ນຖານ. ດ້ານແນວຄິດຂອງນັກສິລະປະວັນນະຄະດີເປັນປົກກະຕິ, ມີຄວາມເຊື່ອໝັ້ນຕໍ່ພາລະກິດປ່ຽນແປງໃໝ່ຂອງພັກ, ລັດ. ບັນດາການເຄື່ອນໄຫວການປະດິດຄິດແຕ່ງ, ການສະແດງ, ງານວາງສະແດງຂອງບັນດາວັນນະຄະດີ, ສິລະປະປະເພດຕ່າງໆໄດ້ປະກອບສ່ວນຍູ້ຖອຍບັນດາໄພສັງຄົມ, ຕັ້ງໜ້າເຂົ້າຮ່ວມເຂົ້າການຕໍ່ສູ້ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ກົນອຸບາຍ “ການຫັນປ່ຽນໂດຍສັນຕິ”, “ການຜັນແປດ້ວຍຕົນເອງ”, “ການຫັນປ່ຽນດ້ວຍຕົນເອງ” ຕາມມະຕິສູນກາງຄັ້ງທີ 4 (ຊຸດທີ XII) ກ່ຽວກັບເພີ່ມທະວີການກໍ່ສ້າງ, ປັບປຸງພັກ, ສະກັດກັ້ນ, ຍູ້ຖອຍການຊຸດໂຊມກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນ.

 

ແປໂດຍ: ເຈິ່ນຮວ່ຽນ