leftcenterrightdel
ແຂກທ່ອງທ່ຽວໄດ້ຮັບຂໍ້ມູນຂ່າວສານໃນລະບົບປ້າຍຊີ້ບອກໃໝ່. ພາບ: ມິງເຢືອງ

ຕອນບ່າຍວັນທີ 11 ມັງກອນ, ສູນການເຄື່ອນໄຫວວັດທະນະທໍາ ແລະວິທະຍາສາດ ວັນມ໋ຽວ-ກ໋ວກຕືຢາມ, ຮ່າໂນ້ຍ ໄດ້ເປີດນໍາໃຊ້ລະບົບປ້າຍຊີ້ບອກ, ບັນລະຍາຍອັດຕະໂນມັດ ແລະຫ້ອງຂາຍປິ້ໃໝ່ເພື່ອຮັບໃຊ້ແຂກທ່ອງທ່ຽວ. ລະບົບປ້າຍຊີ້ບອກລວມມີ: ຊີ້ບອກທາງໄປໃຫ້ແຂກທ່ອງທ່ຽວ, ຊີ້ບອກວັດຖຸພັນ, ຮ່ອງຮອຍໂດຍບັນດານັກຊ່ຽວຊານ ຝະລັ່ງ ອອກແບບ ແລະປະຕິບັດ. ພິເສດ, ໃນນັ້ນ, ແມ່ນລະບົບບັນລະຍາຍອັດຕະໂນມັດດ້ວຍ 8 ພາສາເຊັ່ນ: ຫວຽດນາມ, ອັງກິດ, ຝະລັ່ງ, ແອັດສະປາຍ, ຍີ່ປຸ່ນ... ກິດຈະກຳໄດ້ສໍາເລັດພາຍຫຼັງ 2 ປີກໍ່ສ້າງ. ຄ່າໃຊ້ຈ່າຍທັງໝົດໃນການຜັນຂະຫຍາຍລະບົບປ້າຍຊີ້ບອກ ແລະບັນລະຍາຍອັດຕະໂນມັດໄດ້ປຸກລະດົມຈາກແຫຼ່ງຫັນເປັນສັງຄົມ.

ນີ້ຈະແມ່ນຈຸດໃໝ່ຊ່ວຍນັກທ່ອງທ່ຽວໄດ້ຮັບບັນດາຂໍ້ມູນຂ່າວສານເມື່ອມາຢ້ຽມຢາມ ວັນມ໋ຽວ-ກ໋ວກຕືຢາມ ດ້ວຍວິທີທີ່ເປັນເຈົ້າການ ແລະຄົບຖ້ວນກວ່າ.

 

ແປໂດຍ: ເກື່ອງດັ້ງ