ລາຍການດັ່ງກ່າວໄດ້ຮັບການຈັດຂຶ້ນໃນເວລາ 20 ໂມງ ຂອງວັນທີ 6 ມັງກອນ 2018 ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ແລະຈະໄດ້ຮັບການຖ່າຍທອດສົດຜ່ານທາງຊ່ອງໂທລະພາບ VTC1 ຂອງສະຖານີໂທລະພາບດີຈີຕອນ VTC.

leftcenterrightdel
ການປະຊຸມຂ່າວແນະນໍາລາຍການສະແດງສິລະປະ “ທໍານອງເພງປະເທດຊາດດັງກ້ອງກັງວານ”. ພາບ: dantri.com.vn

ລາຍການສະແດງສິລະປະມີບັນດາບົດປະພັນຟ້ອນລໍາທໍາເພງ ຍ້ອງຍໍຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ເຊິ່ງໄດ້ແບ່ງເປັນສາມພາກສ່ວນດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ກຸ່ມດົນຕີທີ່ມີຊື່ສຽງຫຼາຍຄົນ ຄື: ນັກສິລະປິນປະຊາຊົນ ກວາງທໍ້, ນັກສິລະປິນປະຊາຊົນ ທ໋າຍບ໊າວ, ນັກສິລະປິນປະຊາຊົນ ໂງຮວ່າງກວນ... ພ້ອມດ້ວຍນັກຮ້ອງຄົນອື່ນອີກ ຄື: ໂຮ່ກິ່ງເຮືອງ, ຈ້ອງເຕີ໋ນ, ລານແອງ...

ແປໂດຍ: ທູຈາງ