leftcenterrightdel
ນ້ອງ ຟ້າມດື໋ກທັ໋ງ ຍາດໄດ້ຫຼຽນຄຳທີ່ການແຂ່ງຂັນ Olympic ວິຊາຄອມພິວເຕີ ອາຊີ ປີ 2018. ພາບ: hanoimoi.com.vn

ການແຂ່ງຂັນ Olympic ວິຊາກອມພິວເຕີ ອາຊີ ປີ 2018 ໄດ້ຈັດຕັ້ງຕາມຮູບການແຂ່ງຂັນໂດຍກົງທາງເຄືອຂ່າຍອິນເຕີແນັດ ດ້ວຍການເຂົ້າຮ່ວມຂອງນັກຮຽນ 586 ຄົນທີ່ມາຈາກ 31 ປະເທດ ແລະເຂດແຄ້ວນ, ສະທາລະນະລັດ ສະຫະພັນລັດເຊຍ ແມ່ນປະເທດເຈົ້າພາບຈັດຕັ້ງ. ທີມ ຫວຽດນາມ ມີຜູ້ເຂົ້າຮ່ວມການແຂ່ງຂັນ 15 ຄົນ, ແຂ່ງຂັນໂດຍກົງທາງເຄືອຂ່າຍອິນເຕີແນັດຢູ່ ໂຮງຮຽນມະຫາວິທະຍາໄລເຕັກໂນໂລຢີ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໃນວັນທີ 13 ພຶດສະພາ 2018. ຕາມການກຳນົດຂອງຄະນະຈັດຕັ້ງ Olympic ແລ້ວ, ຫວຽດນາມມີນັກຮຽນເຂົ້າແຂ່ງຂັນ 7 ຄົນບັນລຸໄດ້ຄະແນນສູງທີ່ສຸດໄດ້ຮັບການເລືອກເຟັ້ນເພື່ອພິຈາລະນາມອບລາງວັນ.

ທີ່ການແຂ່ງຂັນ Olympic ວິຊາຄອມພິວເຕີ ອາຊີ ປີ 2018, ມີນັກຮຽນເຂົ້າຮ່ວມແຂ່ງຂັນ 187 ຄົນທີ່ມາຈາກ 31 ປະເທດ ແລະເຂດແຄ້ວນ ໄດ້ຮັບການພິຈາລະນາມອບລາງວັນ; ໝາກຜົນ: ມີນັກຮຽນ 87 ຄົນຍາດໄດ້ລາງວັນ, ກວມເອົາອັດຕາສ່ວນ 46,52%; ນັກຮຽນຫວຽດນາມເຂົ້າຮ່ວມການແຂ່ງຂັນ 7 ຄົນລ້ວນແຕ່ຍາດໄດ້ລາງວັນ.

 

ແປໂດຍ: ທູຮັ່ງ