ດ້ວຍຫົວຂໍ້ວ່າ “ເພື່ອການເຊື່ອມໂຍງ ແລະເຊື່ອມຕໍ່ຢ່າງເລິກເຊິ່ງກວ່າ”, ກອງປະຊຸມໄດ້ກວດກາຄືນສະພາບການຮ່ວມມືນັບແຕ່ກອງປະຊຸມສຸດຍອດ CLMV 8 ຢູ່ນະຄອນຫຼວງ ຮ່າໂນ້ຍ (ຕຸລາ 2016) ເພື່ອປຶກສາຫາລືທິດທາງ ແລະມາດຕະການຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ.

leftcenterrightdel
ບັນດາຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາການນໍາຢືນຢັນຄວາມຕັດສິນໃຈຊຸກຍູ້ການຮ່ວມມືແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງບັນດາປະເທດສະມາຊິກ, ປະກອບສ່ວນໃຫ້ແກ່ການພັດທະນາຂອງປະຊາຄົມອາຊຽນ ແລະຮັບປະກັນການພັດທະນາແບບຍືນຍົງ ແລະກວມລວມຢູ່ພາກພື້ນ. ບັນດາການນໍາໄດ້ສະແດງຄວາມເຊື່ອໝັ້ນວ່າການຮ່ວມມື ແລະສົມທົບກັນຢ່າງແໜ້ນແຟ້ນຈະຊ່ວຍໃຫ້ບັນດາປະເທດ CLMV ຜ່ານຜ່າຄວາມຫຍຸ້ງຍາກ ແລະກໍາແໜ້ນກາລະໂອກາດພັດທະນາໃໝ່. ກ່ຽວກັບການກຳນົດທິດການຮ່ວມມືໃນໄລຍະຕໍ່ໄປ, ບັນດາການນໍາເຫັນດີເປັນເອກະພາບຊຸກຍູ້ການເຊື່ອມຕໍ່ຫຼາຍດ້ານລະຫວ່າງສີ່ພື້ນຖານເສດຖະກິດແນໃສ່ປະຕິບັດບັນດາເປົ້າໝາຍຂອງ CLMV.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າການຮັດແຄບຊ່ອງຫວ່າງພັດທະນາໃນອາຊຽນມີລັກສະນະຈໍາເປັນ ແລະມີຄວາມໝາຍສໍາຄັນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ CLMV ແລະສະຖຽນລະພາບ, ວັດທະນາຖາວອນຂອງອາຊຽນ.

ສິ້ນສຸດກອງປະຊຸມ, ບັນດາການນໍາໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ CLMV 9 ແລະເຫັນດີເປັນເອກະພາບ ລາວ ຈະເປັນປະທານກອງປະຊຸມສຸດຍອດ CLMV ຄັ້ງທີ 10.

 

ແປໂດຍ: ກວຽດເຕິມ