ທ່ານ Reda El Taify ຢັ້ງຢືນວ່າ ດ້ຽນບຽນຝູ ແມ່ນໜຶ່ງໃນບັນດາບັ້ນຮົບສຳຄັນແຖວໜ້າໃນປະຫວັດສາດໂລກ, ໄດ້ຈັດອັນດັບເທົ່າທຽມກັບບັນດາບັ້ນຮົບທີ່ມີຊື່ສຽງໃນປະຫວັດສາດ. ປັດໄຈປະກອບສ່ວນເຂົ້າໃນໄຊຊະນະຄັ້ງນີ້ແມ່ນການບັນຊາທີ່ປີຊາສາມາດຂອງພົນເອກ ຫວໍງວຽນຢ໊າບ; ແມ່ນການຄັດເລືອກໂອກາດທີ່ເໝາະສົມເພື່ອດໍາເນີນບັ້ນຮົບ. ບົດຮຽນອັນໃຫຍ່ຫຼວງທີ່ຖອດຖອນມາໄດ້ຈາກໄຊຊະນະ ດ້ຽນບຽນຝູ ແມ່ນແນວທາງສົງຄາມປະຊາຊົນ, ແມ່ນການສົມທົບລະຫວ່າງກຳລັງມະຫາຊົນປະຊາຊົນ ກັບກຳລັງປະກອບອາວຸດ.

leftcenterrightdel
ທ່ານເອກອັກຄະລັດຖະທູດເອຢິບ Reda El Taify. ພາບ: vov.vn

ທ່ານເອກອັກຄະລັດຖະທູດ Reda El Taify ເນັ້ນໜັກວ່າ: “ໄຊຊະນະ ດ້ຽນບຽນຝູ ໄດ້ເປັນແຫຼ່ງລະດົມກໍາລັງໃຈ ແລະສົ່ງເສີມຂະບວນການຕໍ່ສູ້ປົດປ່ອຍຊາດຢູ່ທັງອາຊີ, ອາຟະລິກາ ແລະຊໍ້າບໍ່ໜຳແມ່ນຢູ່ອາເມລິກາ ລາຕິນ ອີກດ້ວຍ. ບັນດາຂະບວນການປົດປ່ອຍນັ້ນໄດ້ຖອດຖອນບົດຮຽນຈາກຫວຽດນາມ ເພື່ອຕໍ່ສູ້ສິ້ນສຸດລະບອບລ່າເມືອງຂຶ້ນຢູ່ອາຟະລິກາ, ອາຊີ ກໍຄືຢູ່ຫຼາຍປະເທດອື່ນໆໃນໂລກ. ຊາວຫວຽດນາມ ມີສິດເອກອ້າງທະນົງໃຈຕໍ່ໄຊຊະນະ ດ້ຽນບຽນຝູ. ພວກຂ້າພະເຈົ້າ ຢູ່ພາກພື້ນຕາເວັນອອກກາງ ແລະໂລກ ອາຣັບ ບໍ່ອາດລືມເຫດການປະຫວັດສາດນີ້ໄດ້, ເພາະວ່າບັນດາການນຳອາຟະລິກາ ໄດ້ຖອດຖອນບົດຮຽນອັນລໍ້າຄ່າຈາກໄຊຊະນະ ດ້ຽນບຽນຝູ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າ ສ້າງໄດ້ຍຸດທະສາດຕໍ່ສູ້ປົດປ່ອຍຊາດ, ຮັດແໜ້ນວົງປິດລ້ອມ ແລະກ້າວໄປເຖິງການບຸກໂຈມຕີ, ລົບລ້າງລະບອບປົກຄອງຂອງລ່າເມືອງຂຶ້ນຝຣັ່ງຢູ່ ອາຟະລິກາ”.

ໂດຍ: ເຈິ່ນຮວ່ຽນ