ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຊົມເຊີຍບັນດາຜົນງານໃຫຍ່ຫຼວງ, ສຳຄັນໃນທຸກຂົງເຂດພົວພັນພາຍໃນ ແລະພົວພັນຕ່າງປະເທດເຊິ່ງພັກ, ລັດ ແລະປະຊາຊົນ ລາວ ຍາດມາໄດ້ໃນໄລຍະຜ່ານມາ, ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງພັກ, ລັດ ລາວ, ປະຊາຊົນລາວບັນດາເຜົ່າຈະປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດ ລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 (2016 - 2020) ຢ່າງມີໄຊ, ກໍ່ສ້າງປະເທດ ລາວ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະວັດທະນາຖາວອນ; ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະສະໜັບສະໜູນປະຊາຊົນລາວ ອ້າຍນ້ອງ ໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ເນື່ອງໃນໂອກາດມາເຂົ້າຮ່ວມສັບປະດາຂັ້ນສູງ APEC 2017. ພາບ: TTXVN

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ອວຍພອນ ແລະສະແດງຄວາມເຊື່ອໝັ້ນວ່າສັບປະດາຂັ້ນສູງ APEC 2017 ແລະ ປີ APEC 2017 ຈະປະສົບຜົນສຳເລັດຢ່າງຈົບງາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ສະແດງຄວາມຂອບອົກຂອບໃຈທີ່ໄດ້ເຊື້ອເຊີນ ລາວ ເຂົ້າຮ່ວມກອງປະຊຸມເຈລະຈາຂັ້ນສູງ APEC – ASEAN ໃນຖານະແຂກຮັບເຊີນ; ເນັ້ນໜັກວ່າກອງປະຊຸມ APEC ຄັ້ງນີ້ ມີຄວາມໝາຍສຳຄັນ, ປະກອບສ່ວນຍົກສູງຖານະບົດບາດ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ໃນພາກພື້ນ ແລະໃນໂລກ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງທ່ານ ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະການນຳຫວຽດນາມ, ພ້ອມທັງສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ເລື່ອງ ພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ໄດ້ຊ່ວຍ ລາວ ໃນຕະຫຼອດໄລຍະຕໍ່ສູ້ປົກປັກຮັກສາ ແລະສ້າງສາປະເທດຊາດໃນປະຈຸບັນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕາງໜ້າພັກ, ລັດ ແລະປະຊາຊົນລາວບັນດາເຜົ່າສະໜັບສະໜູນເງິນ 100.000 ໂດລາສະຫະລັດ ໃຫ້ປະຊາຊົນບັນດາທ້ອງຖິ່ນພາກກາງປະສົບກັບຄວາມເສຍຫາຍຢ່າງໜັກໜ່ວງຈາກພາຍຸລູກທີ 12 ກໍ່ຂິຶ້ນຫວ່າງແລ້ວນີ້.

ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ສະແດງຄວາມຂອບອົກຂອບໃຈອາລົມຈິດຮັກແພງຊ່ວຍເຫຼືອກັນຂອງພັກ, ລັດ ແລະປະຊາຊົນ ລາວ ບັນດາເຜົ່າອ້າຍນ້ອງ, ຖືນີ້ແມ່ນແຫຼ່ງກຳລັງໃຈໃຫຍ່ຫຼວງສຳລັບການນຳ ແລະປະຊາຊົນບັນດາແຂວງພາກກາງຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດກໍ່ຂຶ້ນ.

ການນຳສອງປະເທດສະແດງຄວາມປິຕິຊົມຊື່ນຕໍ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງຢ່າງຟົດຟື້ນ, ຕໍ່ເນື່ອງ ແລະດຳເນີນໃນຫຼາຍທ້ອງຖິ່ນຂອງຫວຽດນາມ ແລະລາວ ໃນປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງຂອງປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມ, ກ່ຽວກັບສາຍພົວພັນແບບພິເສດຫວຽດນາມ-ລາວ; ຢືນຢັນວ່າຈະພ້ອມກັນຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະກໍ່ສ້າງ, ວັດທະນະທຳ...ຢ່າງມີປະສິດທິຜົນ, ກໍ່ຄືການສົມທົບຢ່າງແໜ້ນແຟ້ນທີ່ບັນດາເວທີ່ປາໄສພາກພື້ນ ແລະສາກົນ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຳຄືນຄຳເຊີນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການໃນທ້າຍປີນີ້ເພື່ອພ້ອມກັນສະຫຼຸບ, ຕີລາຄາປີສາມັກຄີມິດຕະພາບ ຫວຽດນາມ-ລາວ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕອບຮັບຄຳເຊີນດ້ວຍຄວາມຍິນດີ.

 

ແປໂດຍ: ຮຸຍດົງ