ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ກໍ່ໄດ້ຢັ້ງຢືນຂໍ້ມູນດັ່ງກ່າວເມື່ອກ່າວຄຳເຫັນໃນຂອບເຂດເວທີປາໄສເສດຖະກິດໂລກ (WEF) ຢູ່ Riyadh. ຂໍ້ຕົກລົງຫັນການພົວພັນລະຫວ່າງ ຊາອຸດິ ອາຣາເບຍ ແລະອິດສະຣາແອັນ ເປັນປົກກະຕິແມ່ນແຜນການທີ່ມີການເຂົ້າຮ່ວມຂອງ ອາເມລິກາ, ໃນນັ້ນ ວໍຊິງຕັນ ໄດ້ໃຫ້ຄຳໝັ້ນສັນຍາຮ່ວມມືກັບ Riyadh ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະນິວເຄຼຍ ເພື່ອແລກເອົາເລື່ອງຫັນການພົວພັນເປັນປົກກະຕິ, ບັນດາປະເທດ ຊາອຸດິ ອາຣາເບຍ ແລະວໍຊິງຕັນ ກໍ່ຊຸກຍູ້ ອິດສະຣາແອັນ ເຫັນດີຕໍ່ນະໂຍບາຍກ່ຽວກັບ ລັດປາແລັດສະຕິນ, ເຊິ່ງທ່ານນາຍົກລັດຖະມົນຕີ Netanyahu  ໄດ້ປະຕິເສດເປັນຫຼາຍຄັ້ງແລ້ວນັ້ນ.

ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ຮາມາດສ ແລະອິດສະຣາແອັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ຖະແຫຼງນະໂຍບາຍການຕ່າງປະເທດ ໄດ້ສະກັດກັ້ນການເພີ່ມຄວາມເຄັ່ງຕຶງໃນພາກພື້ນ ນັບແຕ່ເມື່ອເກີດການປະທະກັນຢູ່ເຂດ ກາຊາ, ນັບທັງພາຍຫຼັງບັນດາການປະທະກັນລະຫວ່າງ ອີຣານ ແລະອິດສະຣາແອັນ ທີ່ດຳເນີນຢ່າງເປີດເຜີຍແບບບໍ່ເຄີຍມີມາກ່ອນ ໃນຕົ້ນເດືອນນີ້.

ແຫຼ່ງຄັດຈາກ: vovworld.vn