ສື່ມວນຊົນສາກົນລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ
ຂ່າວສານກ່ຽວກັບການຢ້ຽມຢາມທາງລັດຖະກິດຈີນ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ໄດ້ເອົາລົງໃນສື່ມວນຊົນຂອງຈີນ ເປັນຈຳນວນຫຼາຍໃນ 2 ມື້ຜ່ານມາ, ໃນນັ້ນໄດ້ຢືນຢັນວ່າ ການພົບປະ “ລະດູບານໃໝ່” ລະຫວ່າງການນຳສອງພັກ, ສອງລັດ ຈະເຮັດໃຫ້ການພົວພັນຍຸດທະສາດສອງຝ່າຍເລິກເຊິ່ງຂຶ້ນຕື່ມ.
    |
 |
|
ໜັງສືພິມປະຊາຊົນລາຍວັນ, ອົງການກະບອກສຽງຂອງສູນກາງພັກກອມມູນິດຈີນ, ສະບັບອອກວັນທີ 16 ເມສາ. ພາບ: vov.vn |
ໜັງສືພິມປະຊາຊົນລາຍວັນ, ອົງການກະບອກສຽງຂອງສູນກາງພັກກອມມູນິດຈີນ, ສະບັບອອກວັນທີ 16 ເມສາ ໄດ້ສະຫງວນໜ້າທີ 1, ທີ 2, ທີ 3 ເກືອບທັງໝົດເພື່ອລົງຂ່າວບັນດາການໂອ້ລົມທົນທະນາ, ພົບປະເຈລະຈາຂອງການນຳສອງປະເທດ, ພ້ອມກັບບັນດາການນຳພັກ ແລະລັດຂອງ ຈີນ ອື່ນ.
ໃນລາຍການສະຖານະການການເມືອງຕອນເຊົ້າວັນທີ 16 ເມສາ, ສະຖານີວິທະຍຸ ແລະໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ ແລະທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.
ໃນຂະນະນນັ້ນ, ສື່ມວນຊົນ ສ.ເກົາຫຼີ ກໍ່ສະຫງວນຄວາມສົນໃຈເປັນພິເສດໃຫ້ແກ່ເຫດການການທູດທີ່ໄດ້ຮັບການຕີລາຄາວ່າມີຂອບຂະໜາດສາກົນນີ້.
ແຫຼ່ງຄັດຈາກ: vovworld.vn