ຕາມບັນດາແຫຼ່ງຂ່າວແລ້ວ, ຫຼາຍໂຮງງານກັ່ນຕອງນ້ຳມັນຂອງອາເມລິກາ ຢູ່ເຂດອ່າວ ເມັກຊີໂກ ມີຄວາມສາມາດບຳບັດນ້ຳມັນດິບປະເພດໜັກຂອງເວເນຊູເອລາ ແລະເຄີຍນຳເຂົ້ານ້ຳມັນປະເພດດັ່ງກ່າວ.

ໃນວັນທີ 6 ມັງກອນ, ອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ ທ່ານ Donald Trump  ໄດ້ປະຕິເສດຂໍ້ສັງເກດຂອງນັກວິເຄາະຈຳນວນໜຶ່ງໂດຍຖືວ່າ ຈະເສຍເວລາຫຼາຍປີເພື່ອຟື້ນຟູປະລິມານນ້ຳມັນຂອງເວເນຊູເອລາ, ພ້ອມທັງຢັ້ງຢືນວ່າ ມີບັນດາມາດຕະການອາດຈະຍູ້ໄວການເຄື່ອນໄຫວຂຸດຄົ້ນຢູ່ປະເທດອາເມລິກາໃຕ້ ນີ້.

ປະລິມານ ແລະການສົ່ງອອກນ້ຳມັນຂອງເວເນຊູເອລາ ໄດ້ຫຼຸດລົງຢ່າງແຮງໃນສອງທົດສະວັດຜ່ານມາ, ຈາກກວ່າ 3 ລ້ານຖັງຕໍ່ວັນຫຼຸດລົງຕ່ຳກວ່າ 1 ລ້ານຖັງຕໍ່ວັນ, ຍ້ອນສະພາວະຂາດແຄນການລົງທຶນໃນໄລຍະຍາວເຮັດໃຫ້ພື້ນຖານໂຄງລ່າງນ້ຳມັນອາຍແກັດຖືກເປ່ເພຊຸດໂຊມລົງຢ່າງຮ້າຍແຮງ.

ແຫຼ່ງຄັດຈາກ: vovworld.vn