ຝລັ່ງ, ອັງກິດ ແລະຢູແກຼນ ລົງນາມໃນຖະແຫຼງການກ່ຽວກັບການຜັນຂະຫຍາຍກຳລັງນາໆຊາດພາຍຫຼັງຢຸດຍິງ
ກຳລັງນີ້ຈະໄດ້ຮັບການຈໍາກັດຈຳນວນທະຫານ 800.000 ຄົນ ພາຍໃຕ້ການໜູນຊ່ວຍຂອງບັນດາສຳພັນທະມິດຂອງ ຢູແກຼນ ແລະອາເມລິກາ.
ໃນວາລະປະຊຸມຂອງບັນດາສຳພັນທະມິດ ຢູແກຼນ ທີ່ໄດ້ດຳເນີນຢູ່ນະຄອນຫຼວງ ປາຣີ, ໃນວັນທີ 6 ມັງກອນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ແລະທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ລົງນາມໃນຖະແຫຼງການກ່ຽວກັບແນວຄິດຢາກສ້າງຕັ້ງກຳລັງທະຫານນາໆຊາດ ແນໃສ່ຕິດຕາມກວດກາ ແລະຮັບປະກັນຄວາມໝັ້ນຄົງຢູ່ Kiev ພາຍຫຼັງຄຳສັ່ງຢຸດຍິງໄດ້ຮັບການສ້າງຕັ້ງຂຶ້ນ. ນີ້ແມ່ນບາດກ້າວກະກຽມທີ່ສຳຄັນມຸ່ງໄປເຖິງເປົ້າໝາຍຮັກສາສັນຕິພາບໃນອະນາຄົດຢູ່ພາກພື້ນນີ້.
ລະອຽດ, ບັນດາການນຳໃຫ້ຮູ້ວ່າ ກຳລັງນີ້ຈະໄດ້ຮັບການຈຳກັດຈຳນວນທະຫານ 800.000 ຄົນພາຍໃຕ້ການໜູນຊ່ວຍຂອງບັນດາສຳພັນທະມິດຂອງຢູແກຼນ ແລະອາເມລິກາ. ເຖິງຢ່າງໃດກໍຕາມ, ກຳລັງນາໆຊາດທີ່ໄດ້ສ້າງຕັ້ງຂຶ້ນບໍ່ໄດ້ເຂົ້າຮ່ວມບັນດາການປະທະກັນໂດຍກົງໃນປັດຈຸບັນ. ແທນທີ່ນັ້ນ, ບົດບາດຕົ້ນຕໍຂອງເຂົາເຈົ້າແມ່ນຮັບປະກັນບັນດາມາດຕາຂອງຂໍ້ຕົກລົງຢຸດຍິງໃນອະນາຄົດໄດ້ຮັບຄວາມເຄົາລົບ ແລະສ້າງເງື່ອນໄຂເປັນປົກກະຕິເພື່ອສ້າງສາປະເທດຄືນໃໝ່.
ແຫຼ່ງຄັດຈາກ: vovworld.vn