ອາເມລິກາ ຍົກເລີກບັນດາຂໍ້ຈຳກັດຕໍ່ເຂດນ່ານຟ້າ ກາຣີເບ
ທ່ານ Sean Duffy ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ໄດ້ປະກາດກັບບັນດາສາຍການບິນ ວ່າ ບັນດາຂໍ້ຈຳກັດໃນການບິນຢູ່ເຂດນ່ານຟ້າ ກາຣີເບ ໝົດຜົນສັກສິດຢ່າງເປັນທາງການໃນຕອນກາງຄືນວັນທີ 3 ມັງກອນ ຕາມເວລາເຂດຕາເວັນອອກ (ກົງກັບເວລາ 12 ໂມງທ່ຽງຂອງວັນທີ 4 ມັງກອນ ຕາມເວລາຫວຽດນາມ).
ສາຍການບິນ United Airlines ຊີ້ແຈ້ງວ່າຈະຂຸດຄົ້ນບັນດາຖ້ຽວບິນເກືອບທັງໝົດຕາມຕາຕະລາງໄປຍັງເຂດນີ້ໃນວັນທີ 4 ມັງກອນ. ສາຍການບິນ Delta Air Lines ກໍ່ຄາດຄະເນຈະປະຕິບັດຕາຕະລາງບິນປົກກະຕິຢູ່ເຂດກາຣີເບ ໃນວັນທີ 4 ມັງກອນ. ສາຍການບິນ American Airlines ເປີດປະຕູເຂດນ່ານຟ້າທາງທິດຕາເວັນອອກ ກາຣີເບ ໃນຈຸດເວລາດຽວກັນ ແລະເພີ່ມບ່ອນນັ່ງໄປກັບເຂດນີ້ກວ່າ 3.700 ບ່ອນນັ່ງ. ແລະສາຍການບິນ Spirit Airlines ໃຫ້ຮູ້ວ່າ ໄດ້ເຊື່ອມຕໍ່ບັນດາຖ້ຽວບິນໄປກັບຈາກ ກາຣີເບ ໃນວັນທີ 4 ມັງກອນ, ພາຍຫຼັງຄໍາສັ່ງປິດປະຕູເຂດນ່ານຟ້າຂອງອົງການການບິນສະຫະລັດອາເມລິກາ (FAA) ໝົດຜົນສັກສິດ.
ແຫຼ່ງຄັດຈາກ: vovworld.vn