ຕາມອົງການຊີກວົງເດືອນແດງ ຂອງເອຢິບ ແລ້ວ, ງວດເຄື່ອງຊ່ວຍເຫຼືອໄດ້ສົ່ງໄປຍັງເຂດກາຊາ ໃນວັນທີ 4 ມັງກອນ ລວມມີສະບຽງອາຫານ, ເຊື້ອເພີງ, ເສື້ອຜ້າ ແລະເຄື່ອງນຳໃຊ້ຍາມລະດູໜາວ 6.700 ໂຕນ. ນີ້ແມ່ນງວດເຄື່ອງຊ່ວຍເຫຼືອທີ 108 ໄດ້ສົ່ງໄປຍັງເຂດກາຊາ ຕາມຂໍ້ລິເລີ່ມ “Zad Al Izza: ຈາກເອຢິບ ໄປຍັງກາຊາ, ປຸກລະດົມໃນທ້າຍເດືອນກໍລະກົດ 2025. ເອຢິບ ແມ່ນປະເທດສວມບົດບາດຫຼັກແຫຼ່ງໃນຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳໃຫ້ແກ່ເຂດກາຊາ ໃນເວລາກວ່າ 2 ປີຜ່ານມາ. ເອຢິບ ໄດ້ປະສານສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງໜູນຊ່ວຍປະມານ 800.000 ໂຕນ, ກວມເອົາ 70% ຍອດຈຳນວນເຄື່ອງໜູນຊ່ວຍສາກົນໃຫ້ແກ່ເຂດກາຊາ.

ແຫຼ່ງຄັດຈາກ: vovworld.vn