ວັນທີ 9 ມີນາ, ທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ ໃຫ້ຮູ້ວ່າ ມີການເຈລະຈາທາງໂທລະສັບກັບຄູ່ຮ່ວມຕຳແໜ່ງອັງກິດ Keir Starmer ໃນວັນທີ 8 ມີນາ. ໃນການໂອ້ລົມເຈລະຈາ, ໄປຄຽງຄູ່ກັບການພົວພັນສອງຝ່າຍ, ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບບັນຫາຢູແກຼນ ແລະຄວາມມຸ່ງຫວັງຂອງສຳພັນທະມິດສະໝັກໃຈ ເຊິ່ງບັນດາປະເທດເອີລົບ ຄາດວ່າຈະຜັນຂະຫຍາຍເພື່ອໜູນຊ່ວຍຄວາມໝັ້ນຄົງໃຫ້ແກ່ຢູແກຼນ ໃນອະນາຄົດ, ໃນຂະນະທີ່ບັນດາຝ່າຍ ບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນລະຫວ່າງລັດເຊຍ-ຢູແກຼນ. ທ່ານນາຍົກລັດຖະມົນຕີ ອົດສະຕາລີ ໃຫ້ຮູ້ວ່າ ປະເທດນີ້ ຈະຈັດສົ່ງຜູ້ຕາງໜ້າໄປຍັງຝລັ່ງ ໃນອາທິດນີ້ ເພື່ອປະຊຸມກັບການນຳກອງທັບຂອງປະມານ 20 ປະເທດ ເພື່ອປຶກສາຫາລືກ່ຽວກັບສຳພັນທະມິດຮັກສາສັນຕິພາບຢູ່ ຢູແກຼນ. ທ່ານ Albanese ນາຍົກລັດຖະມົນຕີ ອົດສະຕາລີ ກໍ່ເນັ້ນໜັກວ່າ ທັງປະເທດນີ້ ແລະອັງກິດ ລ້ວນແຕ່ສະໜັບສະໜູນ ຢູແກຼນ, ແຕ່ຍັງບໍ່ທັນສາມາດມີກຳລັງຮັກສາສັນຕິພາບ ຖ້າຍັງບໍ່ທັນມີສັນຕິພາບ.
ແຫຼ່ງຄັດຈາກ: vovworld.vn
Type the code from the image