ລັດເຊຍ ແລະ ອາເມລິກາ ຈະຈັດບັນດາການປຶກສາຫາລືສະເພາະກ່ຽວກັບໂຄງການນິວເຄຼຍຂອງ ອີຣານ
ລັດເຊຍ ມີຄວາມຫວັງວ່າ ບັນດາການປຶກສາຫາລືສະເພາະຈະດຳເນີນກ່ຽວກັບບັນຫາອີຣານ ແລະ ໄດ້ສະເໜີຈະຫັນຫົວຂໍ້ນີ້ກາຍເປັນການໂອ້ລົມສົນທະນາ ແລະປຶກສາຫາລືສະເພາະໃນບັນດາການເຈລະຈາລະຫວ່າງສອງປະເທດໃນອະນາຄົດ.
    |
 |
ໂຮງານຜະລິດໄຟຟ້ານິວເຄຼຍ. ພາບ: AFP |
ຄາດວ່າ ລັດເຊຍ ແລະອາເມລິກາ ຈະຈັດບັນດາການປຶກສາຫາລືສະເພາະກ່ຽວກັບໂຄງການນິວເຄຼຍຂອງອີຣານ ໃນອະນາຄົດ. ນັ້ນແມ່ນແຈ້ງການຂອງທ່ານ Dmitry Peskov, ໂຄສົກວັງ Kremlin. ວັນທີ 5 ມີນາ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ທ່ານ Dmitry Peskov ໃຫ້ຮູ້ວ່າ ຫົວຂໍ້ກ່ຽວກັບ ອີຣານ ໄດ້ນຳເຂົ້າໂຄງການດຳເນີນງານຂອງບັນດາການເຈລະຈາຫວ່າງແລ້ວນີ້ລະຫວ່າງ ລັດເຊຍ ແລະ ອາເມລິກາ ຢູ່ນະຄອນຫຼວງ Riyadh ຂອງ ອາຣັບບິ ຊາອຸດິ.
ທ່ານ ກໍ່ໃຫ້ຮູ້ວ່າ ລັດເຊຍ ມີຄວາມຫວັງວ່າ ບັນດາການປຶກສາຫາລືສະເພາະຈະດຳເນີນກ່ຽວກັບບັນຫາອີຣານ ແລະໄດ້ສະເໜີຈະຫັນຫົວຂໍ້ນີ້ກາຍເປັນການໂອ້ລົມສົນທະນາ ແລະປຶກສາຫາລືສະເພາະໃນບັນດາການເຈລະຈາລະຫວ່າງສອງປະເທດໃນອະນາຄົດ.
ຄຳເຫັນຂອງທ່ານ Dmitry Peskov ໄດ້ຍົກອອກມາພາຍຫຼັງມີຂ່າວທີ່ວ່າ ລັດເຊຍ ພ້ອມແລ້ວທີ່ຈະສວມບົດບາດເປັນກາງໄກ່ເກ່ຍໃນການເຈລະຈາລະຫວ່າງອີຣານ ແລະ ຝ່າຍຕາເວັນຕົກ ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ. ລັດເຊຍ ຖືວ່າ ບັນຫານິວເຄຼຍຂອງ ອີີຣານ ຕ້ອງໄດ້ຮັບການແກ້ໄຂຜ່ານບັນດາມາດຕະການດ້ານການເມືອງ ແລະການທູດສັນຕິພາບ. ລັດເຊຍ ເຊື່ອໝັ້ນວ່າມີຄວາມສາມາດບົ່ມຊ້ອນເພື່ອແກ້ໄຂບັນຫານີ້.
ແຫຼ່ງຄັດຈາກ: vovworld.vn