ຊີຣີ - ມີຜູ້ເສຍຊີວິດກວ່າ 1.300 ຄົນ ໃນກະແສໃຊ້ຄວາມຮຸນແຮງຄັ້ງຫຼ້າສຸດ
ສື່ມວນຊົນໃນພາກພື້ນ ໃຫ້ຮູ້ວ່າ ອາເມລິກາ ແລະລັດເຊຍ ໄດ້ຮຽກຮ້ອງສະພາຄວາມໝັ້ນຄົງ ສປຊ ດຳເນີນກອງປະຊຸມດ່ວນຕາມຮູບແບບວົງແຄບໃນວັນທີ 10 ມີນາ ເພື່ອປຶກສາຫາລືກ່ຽວກັບສະພາບການຂອງຊີຣີ.
ຕາມການສະຖິຕິຄັ້ງຫຼ້າສຸດຂອງອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR), ທີ່ມີສຳນັກງານຕັ້ງຢູ່ ອັງກິດ ເຊິ່ງ ສະແດງໃຫ້ເຫັນວ່າ ຈຳນວນຜູ້ເສຍຊີວິດໃນການປະທະກັນທີ່ເກີດຂຶ້ນຢູ່ເຂດແຄມທະເລ ຊີຣີ ໃນຊຸມວັນຜ່ານມາ ໄດ້ເພີ່ມຂຶ້ນກວ່າ 1.300 ຄົນ, ໃນນັ້ນມີ ສາມັນຊົນ 745 ຄົນ. ນີ້ແມ່ນບັນດາການປະທະກັນທີ່ນອງເລືອດທີ່ສຸດຢູ່ຊີຣີ ນັບແຕ່ເວລາອຳນາດການປົກຄອງຊຸດເກົ່າຖືກລົ້ມເຫຼວເມື່ອເດືອນທັນວາ ປີ 2024.
ຕໍ່ໜ້າສະພາບການດັ່ງກ່າວ, ວົງການເຈົ້າໜ້າທີ່ລັດຖະບານຊົ່ວຄາວຊີຣີ ໄດ້ປະກາດຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາປົກປ້ອງຄວາມເປັນເອກະພາບແຫ່ງຊາດ ແລະຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ປັດຈຸບັນ, ລັດຖະບານຊົ່ວຄາວ ຊີຣີ ໄດ້ເພີ່ມທະວີການຜັນຂະຫຍາຍກຳລັງປ້ອງກັນຄວາມໝັ້ນຄົງຢູ່ Latakia, Jableh ແລະ Baniyas, ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍຄືນໃໝ່. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງສຶກສາທິການ Nazir al-Qadri ໄດ້ຖະແຫຼງປິດປະຕູໂຮງຮຽນຈົດຮອດໝົດວັນທີ 10 ມີນາ ຢູ່ແຂວງ Latakia ແລະ Tartus ຍ້ອນສະພາບການຂາດຄວາມໝັ້ນຄົງ.
ສື່ມວນຊົນໃນພາກພື້ນ ໃຫ້ຮູ້ວ່າ ອາເມລິກາ ແລະລັດເຊຍ ໄດ້ຮຽກຮ້ອງສະພາຄວາມໝັ້ນຄົງ ສປຊ ດຳເນີນກອງປະຊຸມດ່ວນຕາມຮູບແບບວົງແຄບໃນວັນທີ 10 ມີນາເພື່ອປຶກສາຫາລືກ່ຽວກັບສະພາບການຂອງຊີຣີ.
ແຫຼ່ງຄັດຈາກ: vovworld.vn