ເຮືອບິນເຮລາກອບເຕີຂອງ ສປຊ ຖືບຸກໂຈມຕີຢູ່ ຊູດັງໃຕ້, ທະຫານ 27 ຄົນໄດ້ເສຍຊີວິດ
ທ່ານພົນຈັດຕະວາຜູ້ໜຶ່ງພ້ອມດ້ວຍນາຍທະຫານກອງທັບຊູດັງໃຕ້ ນັບສິບຄົນໄດ້ເສຍຊີວິດຂະນະທີ່ເຮືອບິນເຮລີກອບເຕີຂອງ ສປຊ ເຮັດໜ້າທີ່ຍົກຍ້າຍບຸກຄົນເຫຼົ່ານັ້ນຖືກບຸກໂຈມຕີຢູ່ເທດສະບານເມືອງ Nasir.
ເຫດການເກີດຂຶ້ນເມື່ອວັນທີ 7 ມີນາ ຂະນະທີ່ຈຸບິນລວມມີບັນດາພາລະກອນ ສປຊ ພວມຊອກຫາວິທີຍົກຍ້າຍຈຳນວນທະຫານດັ່ງກ່າວອອກຈາກ Nasir, ເຂດເກີດການປະທະກັນຂະໜາດໃຫຍ່ລະຫວ່າງກອງທັບລັດຖະບານກັບກຸ່ມທະຫານລາດທີ່ມີຊື່ວ່າ “ກອງທັບຂາວ” ຊື່ງອຳນາດການປົກຄອງຂອງທ່ານ Salva Kiir ປະທານາທິບໍດີ ຊູດັງໃຕ້ ກຳນົດວ່າ ແມ່ນກຳລັງຈົ່ງຮັກພັກດີ ກັບທ່ານຮອງປະທານາທິບໍດີ Riek Machar.
ທ່ານ Nicholas Haysom ຜູ້ນຳໜ້າຄະນະຮັກສາສັນຕິພາບຢູ່ ສປຊ ປະຈຳ ຊູດັງໃຕ້ (UNMISS) ໄດ້ຕຳໜິເຫດບຸກໂຈມຕີດັ່ງກ່າວແມ່ນ “ການກະທຳທີ່ບໍ່ດີ” ແລະອາດຈະແມ່ນໂທດກຳສົງຄາມຕາມກົດໝາຍສາກົນ. UNMISS ໄດ້ກະຕຸກຊຸກຍູ້ການເປີດການສືບສວນເພື່ອກຳນົດບັນດາເປົ້າໝາຍຢືນຢູ່ເບື້ອງຫຼັງເຫດການນີ້ ແລະບັງຄັບໃຫ້ບຸກຄົນເຫຼົ່ານັ້ນຕ້ອງມີຄວາມຮັບຜິດຊອບ.
ແຫຼ່ງຄັດຈາກ: vovworld.vn