leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: USA Today/TTXVN.

ກ່ອນໜ້ານັ້ນ, ໃນອາທິດກ່ອນ ອາເມລິກາ ໄດ້ຢຸດຕິການຊ່ວຍເຫຼືອທາງການທະຫານ ແລະແບ່ງປັນຂ່າວກັບຢູແກຼນ. ພາຍຫຼັງການກະທຳຂອງອາເມລິກາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy ໄດ້ເຫັນດີເຊັນຂໍ້ຕົກລົງແຮ່ທາດກັບອາເມລິກາ ພ້ອມທັງສະແດງຄວາມພ້ອມທີ່ຈະເຂົ້າຮ່ວມການເຈລະຈາກັບລັດເຊຍ.

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 9 ມີນາ, ທ່ານປະທານາທິບໍດີ Donald Trump ກໍ່ໃຫ້ຮູ້ວ່າ ທ່ານມີຄວາມຫວັງຕໍ່ໝາກຜົນທີ່ຕັ້ງໜ້າຈາກການເຈລະຈາລະຫວ່າງເຈົ້າໜ້າທີ່ອາເມລິກາ ແລະ ຢູແກຼນ, ຄາດວ່າຈະດຳເນີນໃນວັນທີ 10 ມີນາ ຢູ່ອາຣັບບິ ຊາອຸດິ. ການເຈລະຈາຄາດວ່າຈະສຸມໃສ່ປຶກສາຫາລືຂໍ້ຕົກລົງຢຸດຍິງລະຫວ່າງລັດເຊຍ ແລະຢູແກຼນ. ທ່ານປະທານາທິບໍດີ ອາເມລິກາ ເນັ້ນໜັກວ່າ ທ່ານ ເຊື່ອໝັ້ນວ່າ ຢູແກຼນ ຈະເຊັນຂໍ້ຕົກລົງແຮ່ທາດກັບອາເມລິກາ ແຕ່ສິ່ງສຳຄັນແມ່ນຢູແກຼນ ຢາກມີສັນຕິພາບແຕ່ປະເທດນີ້ຍັງບໍ່ທັນສະແດງຄວາມມຸ່ງຫວັງຂອງຕົນຢ່າງແທ້ຈິງ.

ແຫຼ່ງຄັດຈາກ: vovworld.vn