ວັນທີ 10 ກຸມພາ, ຂະບວນການ ອິດສະລາມ ຮາມາດສ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະປະຕິບັດຄຳໝັ້ນສັນຍາປ່ອຍຕົວປະກັນຖືກຕ້ອງຕາມກຳນົດເວລາ, ດ້ວຍເງື່ອນໄຂ ອິດສະຣາແອັນ ຕ້ອງຢຸດຕິການກະທຳລ່ວງລະເມີດຂໍ້ຕົກລົງຢຸດຍິງ. ການກະທຳດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ຮາມາດສ ຖະແຫຼງການໂຈະການແລກປ່ຽນຕົວປະກັນ ແລະນັກໂທດ. ຕາມຂະບວນການດັ່ງກ່າວແລ້ວ, ການໂຈະການປ່ອຍຕົວປະກັນໄດ້ຮັບຖືວ່າ ເປັນ “ສານກ່າວເຕືອນ” ແນໃສ່ກໍ່ກຳລັງກົດດັນບັງຄັບໃຫ້ ອິດສະຣາແອັນ ຈຳເປັນຕ້ອງປະຕິບັດບັນດາມາດຕາໃນຂໍ້ຕົກລົງຢ່າງເຂັ້ມງວດ.

leftcenterrightdel
ຊາວປາແລັດສະຕິນ ລໍຖ້າຂ່າວກ່ຽວກັບຂໍ້ຕົກລົງຢຸດຍິງ. ພາບ:  TNYT

ສິ່ງທີ່ໜ້າສົນໃຈ, ຮາມາດສ ເປັນເຈົ້າການປະກາດຂໍ້ຕົກລົງນີ້ໄວກວ່າ 5 ວັນ ເມື່ອທຽບໃສ່ແຜນການເບື້ອງຕົ້ນ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາຝ່າຍເປັນກາງໄກ່ເກ່ຍມີເວລາແຊກແຊງ ແລະກໍ່ກຳລັງກົດດັນຕໍ່ ອິດສະຣາແອັນ. ຂະບວນການດັ່ງກ່າວກໍເນັ້ນໜັກວ່າ ເຂົາເຈົ້າໄດ້ປະຕິບັດທຸກພັນທະຂອງຕົນໃນຂໍ້ຕົກລົງຢ່າງຄົບຖ້ວນ ແລະຖືກຕ້ອງຕາມກຳນົດເວລາແລ້ວ.

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 10 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນກ່ຽວກັບບັນດາຜົນຕາມມາອັນຮ້າຍແຮງຖ້າວ່າຕົວປະກັນທັງໝົດຢູ່ເຂດ ກາຊາ ບໍ່ໄດ້ຮັບການປ່ອຍອິດສະຫຼະໃນຕອນທ່ຽງວັນເສົາຈະມາເຖິງ. ພ້ອມທັງໃຫ້ຮູ້ວ່າ ອາດຈະຢຸດຕິການອຸປະຖຳໃຫ້ແກ່ ຈໍແດນ ແລະ ອີຢິບ ຖ້າເຂົາເຈົ້າບໍ່ຮັບຊາວລີ້ໄພ ປາແລັດສະຕິນ ທີ່ມາຈາກ ກາຊາ. ທ່ານກ່າວວ່າ:

“ຖ້າຕົວປະກັນທັງໝົດບໍ່ໄດ້ຮັບການປ່ອຍຕົວໃນເວລາ 12 ໂມງຕອນທ່ຽງມື້ວັນເສົາຈະມາເຖິງ, ຂ້າພະເຈົ້າຖືວ່າ ນັ້ນແມ່ນຈຸດເວລາທີ່ເໝາະສົມ, ຂ້າພະເຈົ້າຈະຮຽກຮ້ອງໃຫ້ຍົກເລີກຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ຮາມາດສ”.

ແຫຼ່ງຄັດຈາກ: vovworld.vn