leftcenterrightdel
ເກີດການບຸກໂຈມຕີກໍ່ການຮ້າຍຢູ່ແຂວງ Sindh ຂອງປາກິດສະຖານ ໃນວັນທີ 6 ຕຸລາ. ພາບ: ສໍານັກຂ່າວສານຫວຽດນາມ

ຄຳຮຽກຮ້ອງໄດ້ຍົກອອກມາພາຍຫຼັງເກີດການບຸກໂຈມຕີກໍ່ການຮ້າຍຢູ່ແຂວງ Sindh ຂອງປາກິດສະຖານ ໃນວັນທີ 6 ຕຸລາ, ເຮັດໃຫ້ພົນລະເມືອງຈີນ 2 ຄົນເສຍຊີວິດ ແລະ 1 ຄົນຮັບບາດເຈັບ. ຕາມໂຄສົກກະຊວງການຕ່າງປະເທດ ຈີນ ແລ້ວ, ພາຍຫຼັງເກີດເຫດບຸກໂຈມຕີດັ່ງກ່າວ, ທາງກະຊວງນີ້ໄດ້ພ້ອມກັບສະຖານທູດ  ແລະ ສະຖານກົງສູນຈີນ ປະຈຳ ປາກິດສະຖານ ປະຕິບັດກົນໄກຮັບມືຢ່າງຮີບດ່ວນເພື່ອແກ້ໄຂເຫດການ.

ໃນຖະແຫຼງການໜຶ່ງ, ສະຖານທູດຈີນ ປະຈຳ ປະກິດສະຖານ ໃຫ້ຮູ້ວ່າ ປັກກິ່ງ ຈະສືບຕໍ່ໜູນຊ່ວຍຄວາມມານະພະຍາຍາມ ຕ້ານການກໍ່ການຮ້າຍຂອງ Islamabad ແລະ ພ້ອມແລ້ວຈະຮ່ວມມືເພື່ອສະກັດກັ້ນທຸກກົນອຸບາຍທຳລາຍການພົວພັນລະຫວ່າງສອງປະເທດ.

ແຫຼ່ງຄັດຈາກ: vovworld.vn