leftcenterrightdel
ພາບປະກອບ: AFP/ສໍານັກຂ່າວສານຫວຽດນາມ

ລາຍຮັບຈາກຄອງ Suez ໄດ້ຫຼຸດລົງ 60%, ໃນຂະນະທີ່ຈຳນວນກຳປັ່ນເດີນຜ່ານເສັ້ນທາງທະເລທີ່ເຊື່ອມຕໍ່ ອາຊີ ກັບ ເອີຣົບ ໄດ້ຫຼຸດລົງ 49% ນັບແຕ່ຕົ້ນປີ 2024, ຍ້ອນຄວາມເຄັ່ງຕຶງສືບຕໍ່ເພີ່ມຂຶ້ນຢູ່ເຂດທະເລແດງ. ນີ້ແມ່ນຂໍ້ມູນຂ່າວໂດຍທ່ານ Osama Rabie ປະທານອົງການຄຸ້ມຄອງຄອງເໝືອງ Suez (SCA) ຍົກອອກມາໃນວັນທີ 6 ຕຸລາ.

ຕາມທ່ານ Osama Rabie ແລ້ວ, ສະພາບການໃນປັດຈຸບັນ ແລະບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຢູ່ເຂດທະເລແດງໄດ້ຊຸກຍູ້ບັນດາບໍລິສັດກຳປັ່ນຊອກຫາບັນດາເສັ້ນທາງເດີນເຮືອປ່ຽນແທນ ແລະຫຼີກລ້ຽງອອກໄກຈາກຄອງ Suez. ສິ່ງນີ້ເຮັດໃຫ້ລາຍຮັບຈາກຄອງ Suez ຂອງ ເອຢິບ ໄດ້ຫຼຸດລົງແຕ່ 9,4 ຕື້ໂດລາສະຫະລັດໃນປີການເງິນ 2022-2023 ລົງເຫຼືອພຽງ 7,2 ຕື້ໂດລາສະຫະລັດ ໃນປີການເງິນ 2023-2024. ປີການເງິນຢູ່ເອຢິບ ເລີ່ມແຕ່ວັນທີ 1 ກໍລະກົດຂອງປີກ່ອນນັ້ນ ແລະສິ້ນສຸດໃນວັນທີ 30 ມິຖຸນາ ຂອງປີຖັດມາ. ຄອງ Suez ແມ່ນເສັ້ນທາງເດີນເຮືອທີ່ສຳຄັນເຊື່ອມຕໍ່ພາກພື້ນມະຫາສະໝຸດ ເມດີເຕຣາເນຍ ກັບທະເລແດງ, ກວມເອົາປະມານ 12% ປະລິມານສິນຄ້າຂົນສົ່ງທາງທະເລໃນທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn