leftcenterrightdel
ພາບປະກອບຈາກ kpl.gov.la

ສຳນັກຂ່າວເອເອຟພີ, ວັນທີ 4 ຕຸລານີ້, ອັງກິດ ປະກາດໂຄງການດັກຈັບກາກບອນ ແລະກັກເກັບກາກບອນຈາກອຸດສາຫະກຳ ແລະການຜະລິດພະລັງງານເພື່ອປ່ຽນຜ່ານສູ່ການໃຊ້ພະລັງງານສະອາດຄິດເປັນມູນຄ່າ 21,7 ຕື້ປອນ ຊຶ່ງຈະຖືກສ້າງຂຶ້ນໃນເມືອງ ເມີຊີໄຊ ທາງຕາເວັນຕົກສຽງເໜືອ ຂອງເກາະອັງກິດ ແລະເມືອງ ທີໄຊ ຊຶ່ງຕັ້ງຢູ່ທາງຕາເວັນອອກ ສຽງເໜືອຂອງປະເທດ ໂດຍໜ່ວຍງານພະລັງງານອັງກິດ (Great British Energy ຊຶ່ງສ້າງຕັ້ງໂດຍລັດຖະບານຊຸດປັດຈຸບັນຈາກພັກແຮງງານ ຈະຮັບຜິດຊອບການລົງທຶນ ດ້ານໂຄງການພະລັງງານ ໝູນວຽນໃນປະເທດ ແລະປ່ຽນຜ່ານສູ່ພະລັງງານສະອາດ. ໂຄງການສ້າງຈະສ້າງວຽກເຮັດງານທຳ ໄດ້ 4.000 ຕຳແໜ່ງ ແລະຮັບໄດ້ອີກ 50.000 ຕຳແໜ່ງໃນອີກ 25 ປີຕໍ່ໜ້າ ແລະຊ່ວຍໃຫ້ອັງກິດ ບັນລຸເປົ້າໝາຍຫລຸດການປ່ອຍກາກບອນ 8,5 ລ້ານໂຕນ ໃນແຕ່ລະປີ.

ແຫຼ່ງຄັດຈາກ: ສໍານັກຂ່າວສານປະເທດລາວ