leftcenterrightdel
ທ່ານນາງຮອງປະທານາທິບໍດີ  Kamala Harris. ພາບ: ສໍານັກຂ່າວສານຫວຽດນາມ

ໃນສື່ສັງຄົມອອນລາຍ X, ທ່ານ Obama ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດທຸກວິທີທາງຈົນສຸດຄວາມສາມາດຂອງຕົນ ເພື່ອຮັບປະກັນໃຫ້ທ່ານນາງ Kamala Harris ຈະຍາດໄດ້ໄຊຊະນະໃນເດືອນພະຈິກ ຈະມາເຖິງ ແລະ ຮຽກຮ້ອງທຸກຄົນຈົ່ງພ້ອມກັນມານະພະຍາຍາມ.

ທ່ານ Barack Obama ຮັບດຳລົງຕຳແໜ່ງປະທານາທິບໍດີອາເມລິກາ 8 ປີ ນັບແຕ່ເມື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງເມື່ອປີ 2008. ທ່ານແມ່ນສະມາຊິກ ພັກປະຊາທິປະໄຕຄົນຫຼ້າສຸດ ທີ່ຖະແຫຼງຈະສະໜັບສະໜູນທ່ານນາງ Kamala Harris  ພາຍຫຼັງປະທານາທິບໍດີຄົນປັດຈຸບັນ ທ່ານ Joe Biden ຖະແຫຼງວ່າ ຈະຖອນຕົວອອກຈາກການແຂ່ງຂັນເຂົ້າທຳນຽບຂ່າວ ໃນວັນທີ 21 ກໍລະກົດ ຜ່ານມາ.

ແຫຼ່ງຄັດຈາກ: vovworld.vn