leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov (ພາບ: MEM)

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ສະແດງຄວາມພ້ອມຕໍ່ການຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັບປະກັນຜົນສຳເລັດຂອງປີ ລັດເຊຍ - ຈີນ ກ່ຽວກັບຂໍ້ລິເລີ່ມວິທະຍາສາດ ແລະ ເຕັກໂນໂລຢີ, ຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງສອງປະເທດໃນຫຼາຍຂົງເຂດ ເພື່ອມຸ່ງໄປເຖິງການບັນລຸໄດ້ບັນດາໝາກຜົນໃໝ່. ທ່ານ Sergey Lavrov ໃຫ້ຄຳໝັ້ນສັນຍາວ່າ ມົດສະກູ ພ້ອມແລ້ວທີ່ຈະສົມທົບກັບ ປັກກິ່ງ ຢ່າງແໜ້ນແຟ້ນໃນພື້ນຖານຫຼາຍຝ່າຍຄື ສປຊ, ສະພາຄວາມໝັ້ນຄົງ ສປຊ, ອົງການຮ່ວມມື ຊຽງໄຮ້ (SCO) ແລະ ກຸ່ມບັນດາພື້ນຖານເສດຖະກິດໃໝ່ທີ່ຫາກໍ່ພົ້ນເດັ່ນແຖວໜ້າໂລກ (BRICS), ພ້ອມກັນປົກປ້ອງສະຖຽນລະພາບຂອງສະພາບການສາກົນ ແລະພາກພື້ນ, ໜູນຊ່ວຍບັນດາປະເທດໃນພາກພື້ນຕໍ່ສູ້ກັບລັດທິຫົວຮຸນແຮງ, ສະໜັບສະໜູນຂອບເຂດການຮ່ວມມືໃນພາກພື້ນອາຊີຕາເວັນອອກ ດ້ວຍ ອາຊຽນ ສວມບົດບາດເປັນໃຈກາງ.

ແຫຼ່ງຄັດຈາກ: vovworld.vn