ດ້ວຍຫົວຂໍ້ “ອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງວົງຄະນະຍາດຊົນເຜົ່າເຂດໄຕງວຽນ ໃນໄລຍະເຊື່ອມໂຍງ ແລະພັດທະນາຂອງປະເທດຊາດ”, ວັນບຸນມີການເຂົ້າຮ່ວມຂອງ 7 ແຂວງ: ກອນຕຸມ, ດັ໊ກລັ໊ກ, ດັ໊ກນົງ, ເລິມດົ່ງ ແລະກວ໋າງນາມ, ບີ່ງເຟືອກ (ເປີດກວ້າງ).

leftcenterrightdel
ຕີຄ້ອງໃນງານບຸນຊົນເຜົ່າໄຕງວຽນ. ພາບ: kontum.gov.vn.

ພ້ອມກັບງານວາງສະແດງ “ວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາຊົນເຜົ່າໄຕງວຽນໃນວົງຄະນະຍາດວັດທະນະທຳຊົນເຜົ່າຫວຽດນາມ”, ໃນຂອບເຂດວັນບຸນຍັງດໍາເນີນຫຼາຍກິດຈະກໍາທີ່ເປັນເອກະລັກສະເພາະ, ຄື: ແນະນໍາ, ໂຄສະນາວັດທະນະທໍາທີ່ເປັນມູນເຊື້ອທ້ອງຖິ່ນ; ວາງສະແດງ, ແນະນຳອາຫານທ້ອງຖິ່ນ; ຕີຄ້ອງ, ສະແດງຊຸດອາພອນຊົນເຜົ່າ; ການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວ.

ໂດຍ: ເຈິ່ນຮວ່ຽນ