leftcenterrightdel
Kon Jơ Dri ( ຫຼື Kon Jo Dri, Kon Jơ Ri) ແມ່ນບ້ານຂອງຊາວເຜົ່າບານາ ທີ່ຕັ້ງຢູ່ແຄມແມ່ນໍ້າ Đăk Bla, ສັງກັດຕາແສງ Đăk Rơ Wa, ນະຄອນກອນຕຸມ. ພາບ: vnexpress.net.

ບ້ານມີເຮືອນຣົງຫຼັງໜຶ່ງທີ່ໄດ້ກໍ່ສ້າງແຕ່ປີ 1977, ໄດ້ຮັບຖືວ່າແມ່ນໃຫຍ່ໂຕທີ່ສຸດໃນເຂດດ້ວຍລວງສູງແມ່ນ 16 ແມັດ ແລະລວງກວ້າງແມ່ນ 12 ແມັດ. ນີ້ເປັນບ່ອນດໍາເນີນບັນດາງານບຸນ, ການປະຊຸມ, ຈັດຕັ້ງບຸນເຕັດ, ຕີຄ້ອງ... ຂອງຊາວເຜົ່າບານາ. ເບິ່ງແຕ່ໄກ, ເຮືອນຣົງປຽບເໝືອນຄົມຂວານບືນຂຶ້ນສູ່ທ້ອງຟ້າ.

leftcenterrightdel
ຄຽງຂ້າງຄວາມໃຫຍ່ໂຕ, ທິວທັດອ້ອມຂ້າງເຮືອນຣົງ Kon Jơ Ri ຍັງມີຄວາມສວຍງາມຢູ່ ເພາະວ່າມັນຕັ້ງຢູ່ກາງບ້ານ, ອ້ອມຂ້າງແມ່ນຕົ້ນຂາມທີ່ມີອາຍຸນັບຮ້ອຍປີ. ທຸກໆບ້ານຂອງຊາວເຜົ່າບານາ ກໍ່ລ້ວນແຕ່ມີເຮືອນຣົງ - ເຊິ່ງເປັນສັນຍະລັກ ແລະຄວາມເອກອ້າງທະນົງໃຈຂອງຊາວເຜົ່າບານາ. ພາບ: vnexpress.net .
leftcenterrightdel
ພາຍໃນເຮືອນຣົງ ແມ່ນບັນດາເສົາເຮືອນທີ່ເຮັດດ້ວຍໄມ້ລຳໃຫຍ່. ພາບ: vnexpress.net.
leftcenterrightdel
ຫຼັງຄາໄດ້ມຸງດ້ວຍຫຍ້າຄາຫຼາຍຊັ້ນທີ່ມີຄວາມໜາປະມານ 20 cm. ບັນດາເສົາເຮືອນ ກໍ່ເປັນບ່ອນຫຼິ້ນຂອງເດັກນ້ອຍໃນບ້ານ. ພາບ: vnexpress.net.
leftcenterrightdel
ເດັກນ້ອຍຢູ່ Kon Jơ Ri ມີສີສັນພິເສດສະເພາະຂອງຊາວເຜົ່າບານາ ຢູ່ໄຕງວຽນ. ພາບ: vnexpress.net.
leftcenterrightdel
ໝູ່ບ້ານນອນໃນເຂດທ່ອງທ່ຽວຈຸດສຸມ “ແຄມແມ່ນໍ້າ Đăk Bla" ຂອງແຂວງ. ມີໂອກາດໄດ້ພົບພໍ້ກັບແຂກທ່ອງທ່ຽວ, ເດັກນ້ອຍໃນໝູ່ບ້ານມີຄວາມສະໜິດສະໜົມ, ຕ່າງກັບຄວາມອັບອາຍທີ່ເຄີຍມີຂອງເດັກນ້ອຍຢູ່ເຂດອື່ນ. ພາບ: vnexpress.net.
leftcenterrightdel
ຈາກຕົວເມືອງນະຄອນກອນຕຸມ ໄປຍັງບ້ານ Kon Jơ Dri,  ແຂກທ່ອງທ່ຽວຈະໄປຜ່ານຂົວອູ່ Kon Klor ຂ້າມແມ່ນໍ້າ Đăk Bla. ທັງສອງແຫ່ງລ້ວນແຕ່ແມ່ນບັນດາສະຖານທີ່ທີ່ມີຊື່ສຽງຂອງແຂວງ. ໃນນັ້ນ, Kon Klor ຍັງເປັນຂົວອູ່ໃຫຍ່ທີ່ສຸດ ແລະງາມທີ່ສຸດຢູ່ເຂດໄຕງວຽນ. ພາບ: vnexpress.net.

ນອກຈາກ Ko Jơ Ri ແລ້ວ, ແຂກທ່ອງທ່ຽວສາມາດໄປທ່ຽວບ້ານເກົ່າ Kon K'Tu ທີ່ຫ່າງຈາກບ້ານປະມານ 2 ກິໂລແມັດ, ເຊິ່ງເປັນບ່ອນມີເຮືອນຣົງ ແລະຫໍບູຊາເກົ່າທີ່ສວຍງາມເໝືອນກັນ. ພ້ອມກັນນັ້ນ, ເພື່ອນກໍ່ສາມາດພັກຢູ່ homestay, ພ້ອມກັບຊາວທ້ອງຖິ່ນທ່ຽວຊົມແມ່ນໍ້າ Đăk Bla ດ້ວຍເຮືອໄມ້ລໍາດຽວ.

ໂດຍ: ໄຊຊະນະ