leftcenterrightdel
ນາຂັ້ນໄດ ຮວ່າງຊູຟີ່. ພາບ: bienphong.com.vn.

ນາຂັ້ນໄດຢູ່ບັນດາເຂດແຫ່ງນີ້ມີຂອບຂະໜາດກວ້າງໃຫຍ່, ຢູ່ເທິງລະດັບສູງ, ມີຮູບຊົງທາງທໍາມະຊາດທີ່ອຸດົມສົມບຸນ, ໄດ້ສ້າງເປັນຄວາມສວຍງາມທີ່ມະຫັດສະຈັນ. ດ້ວຍຄວາມຍືນຍົງຄົງຕົວມາເປັນເວລາກວ່າ 300 ປີ, ນາຂັ້ນໄດໄດ້ສະແດງໃຫ້ເຫັນກໍາລັງບຸກເບີກຖາກຖາງ ແລະຂະຫຍາຍກວ້າງອອກຍ້ອນກຳລັງເຫື່ອແຮງຂອງ 14  ຊົນເຜົ່າອ້າຍນ້ອງທີ່ດໍາລົງຊີວິດໃນບໍລິເວນເມືອງຮວ່າງຊູຟີ່.  ນາຂັ້ນໄດແມ່ນສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຕະຫຼອດປີ, ແຕ່ວ່າໃນຍາມລະດູນໍ້າໄຫຼ ແລະຍາມລະດູເກັບກ່ຽວເຂົ້າແມ່ນສອງລະດູທີ່ຈັບອົກຈັບໃຈທີ່ສຸດ.

ໂດຍ: ທູຈາງ