leftcenterrightdel
ວັດສີເມືອງ. ພາບ: baodulich.net.vn.

ມາ ວຽງຈັນ ໃນເດືອນ ພຶດສະພາ, ກໍ່ຈະເຫັນດອກຈໍາປາຢູ່ທຸກຫົນແຫ່ງ, ພິເສດແມ່ນໃນວັດວາອາຮາມ, ວິຫານພະທາດ, ຢູ່ໃສກໍ່ຮູ້ສຶກໄດ້ກິ່ນຫອມຫວນຂອງດອກຈໍາປາ. ໃນເວລາເລີກການ, ລົດ ແລະຄົນໄປມາຢ່າງຫຼວງຫຼາຍແຕ່ບໍ່ເກີດສະພາບລົດຕິດ, ນອກຈາກບັນດາພາຫະນະຄົມມະນາຄົມຄືລົດໂອໂຕ, ລົດຈັກແລ້ວ, ທີ່ລົດຕຸກຕຸກແມ່ນພາຫະນະທີ່ຂາດບໍ່ໄດ້ໃນທ້ອງຖະໜົນ.

ຈາກ ປະຕູໄຊ ທ່ານສາມາດເບິ່ງເຫັນທົ່ວນະຄອນຫຼວງວຽງຈັນ, ຍ້ອນເຮັດນັ້ນ, ນີ້ໄດ້ກາຍເປັນສະຖານທີ່ເຊິ່ງແຂກທ່ອງທ່ຽວສາກົນເລືອກເຟັ້ນເພື່ອ “check in”. ນີ້ກໍ່ແມ່ນສະຖານທີ່ເພື່ອໃຫ້ບັນດາຄອບຄົວ, ໂດຍສະເພາະແມ່ນຄອບຄົວທີ່ມີເດັກນ້ອຍມາທ່ຽວຫຼີ້ນ, ບັນເທີງພາຍຫຼັງຕິດຄາກັບວຽກງານມາເປັນເວລາໜຶ່ງອາທິດ.

leftcenterrightdel
ປະຕູໄຊ. ພາບ: baodulich.net.vn.

ພາຍຫຼັງກິນເຂົ້າແລງແລ້ວ, ພວກຂ້າພະເຈົ້າໄດ້ຍ່າງເລາະຫຼີ້ນເຖິງຕະຫຼາດມຶດຢູ່ແຄມແມ່ນໍ້າ, ເຖິງວ່າຫາກໍ່ກິນເຂົ້າແລ້ວກໍ່ຕາມແຕ່ເມື່ອ ເຫັນເຍື່ອງອາຫານຕໍ່າໝາກຮຸ່ງ “ທີ່ມີຊື່ສຽງ”  ຜູ້ໃດກໍ່ຢາກກິນອີກ.

ລຽບຕາມແມ່ນໍ້າຂອງມີຮ້ານອາຫານ, ຮ້ານຂາຍເຄື່ອງຫຼາຍຢ່າງ, ເປັນຕົ້ນແມ່ນເຄື່ອງສິລະປະຫັດຖະກຳ, ເຄື່ອງສໍາອາງ, ໂສ້ງເສື້ອທີ່ນໍາເຂົ້າຈາກປະເທດໄທ, ຫວຽດນາມ ແລະຈີນ, ມີຫຼາຍຮ້ານແມ່ນຂອງຄົນຫວຽດນາມ, ສ່ວນຫຼາຍເຂົາເຈົ້າມາຈາກວິງ, ເງະອານ ເຊິ່ງໄດ້ຕັ້ງຖິ່ນຖານຢູ່ລາວເປັນເວລາຫຼາຍປີຢູ່ແລ້ວ, ພວກຂ້າພະເຈົ້າໄດ້ເລືອກຊື້ເຄື່ອງເປັນທີ່ລະນຶກຈໍານວນໜຶ່ງ ແລະສາມາດຈ່າຍດ້ວຍເງິນຫວຽດນາມ ຫຼື ເງິນໄທກໍ່ໄດ້.

ພາຍຫຼັງຍ່າງເລາະຕະຫຼາດກາງຄືນແລ້ວ, ຜົວເມຍ Davince Young ໝູ່ຮຽນນຳກັນແມ່ນຄົນລາວເຊື້ອຊາດຫວຽດນາມ ໄດ້ເຊີນພວກຂ້າພະເຈົ້າໄປຍັງເຂດໃຈກາງນະຄອນ. ຢູ່ທີ່ນີ້ມີຫຼາຍພັດຕະຄານ, ຮ້ານເທັກ, ຮ້ານບາທີ່ໄດ້ອອກແບບຕາມສະຖາປັດຕະຍະກຳທິດຕາເວນຕົກ. ພາຍຫຼັງເລືອກເອົາບ່ອນນັ່ງດີທີ່ສຸດຢູ່ Mix pub ແລ້ວ, ພວກຂ້າພະເຈົ້າໄດ້ຊົມລາຍການດົນຕີ. ບັນດາການເຄື່ອນໄຫວວັດ ທະນະທໍາສິລະປະດໍາເນີນຢູ່ເວທີກາງແຈ້ງທີ່ຟົດຟື້ນທີ່ສຸດ, ບັນດານັກຮ້ອງຄົນລາວ ແລະຄົນຫວຽດນາມ ໄດ້ຂັບຮ້ອງບັນດາບົດເພງອັງກິດ, ລາວ, ຫວຽດນາມ ແລະຝະລັ່ງໃນບັນຍາກາດອັນສະໜິດສະໜົມ. ເຖິງວ່າຂັບຮ້ອງດ້ວຍພາສາຫວຽດນາມບໍ່ແຈ້ງດີປານໃດແຕ່ວ່າພວກເພື່ອນລາວໄດ້ຂັບຮ້ອງດ້ວຍຄວາມເມົາມົວ ແລະສຸດຈິດສຸດໃຈ. ພິເສດເມື່ອທຳນອງດົນຕີດັງຂຶ້ນທຸກຄົນກໍ່ພາກັນຟ້ອນລຳໂດຍບໍ່ຈຳແນກເຊື້ອຊາດຜິວພັນ ຫຼື ສາສະໜາປຽບເໝືອນອ້າຍນ້ອງໃນຄອບຄົວດຽວ. ຟັງດົນຕີ ແລະດື່ມເບຍລາວແມ່ນຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງໄວໜຸ່ມຢູ່ວຽງຈັນໃນຍາມຄໍ່າຄືນທ້າຍອາທິດ.

ສິ້ນສຸດຕອນຄໍ່າ, ຄອບຄົວເພື່ອນໄດ້ຂັບລົດພາພວກຂ້າພະເຈົ້າໄປຢ້ຽມຊົມທົ່ວນະຄອນ. ປະຕູໄຊພົ້ນເດັ່ນ ແລະສວຍງາມແບບມະຫັດສະຈັນດ້ວຍແສງໄຟທີ່ຮຸ່ງເຮືອງເຫຼືອງເຫຼື້ອມ.

leftcenterrightdel
ວຽງຈັນຍາມກາງຄືນ. ພາບ: baodulich.net.vn.

ຕອນເຊົ້າແມ່ນຈຸດເວລາດີທີ່ສຸດເພື່ອໃຫ້ພວກຂ້າພະເຈົ້າແວ່ຢາມວັດ. ຫ່າງຈາກໃຈກາງວຽງຈັນປະມານ 25 ກິໂລແມັດແມ່ນວັດຊຽງຄວນທີ່ຕັ້ງຢູ່ກຸ່ມທັດສະນີຍະພາບທີ່ສະຫງົບງຽບກວ້າງຂວາງ, ປອດໂປ່ງ, ເຊິ່ງປະກອບມີຮູບປັ້ນພະພຸດທະເຈົ້າກວ່າ 200 ອົງ, ແຕ່ລະອົງມີທ່າແຕກຕ່າງກັນ. ວຽງຈັນຍັງມີວັດທີ່ມີຊື່ສຽງຫຼາຍແຫ່ງຄືພະທາດຫຼວງ, ຫໍພະແກ້ວ, ວັດສີເມືອງ... ທີ່ວັດສີເມືອງບັນດາຄູບ່າໄດ້ຈັດພິທີບາສີສູ່ຂວັນໃຫ້ພວກຂ້າພະເຈົ້າ, ດ້ວຍຄໍາອວຍພອນຢູ່ເຢັນເປັນສຸກ, ໂຊກດີ, ນັ້ນແມ່ນວັດທະນະທໍາທີ່ສວຍງາມ, ສະແດງໃຫ້ເຫັນຄວາມຮັກແຂກຂອງຄົນລາວກັບເພື່ອນມິດສະກົນ.

ອຳລາວຽງຈັນດ້ວຍວັດວາອາຮາມບູຮານຫຼາຍແຫ່ງ, ພ້ອມກັບແຖວຕົ້ນຈໍາປາທີ່ສວຍງາມໃນແສງແດດຍາມເຊົ້າ,  ພວກຂ້າພະເຈົ້າຮູ້ສຶກວ່າວຽງຈັນແມ່ນຄວາມຊົງຈໍາອັນດີງາມທີ່ບໍ່ສາມາດຫຼົງລື່ມໄດ້.

ໂດຍ: ເກື່ອງດັ້ງ